ລັັດຖະບານແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາຈາກທຸກໆພາກສ່ວນ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂອງ ສປປ ລາວ ຄັ້ງທີ V ໃນປີ 2025 ຂຶ້ນໃນວັນທີ 30 ມີນາ 2021 ຢູ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານຮ່ວມຂອງທ່ານນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແລະ ທ່ານນາງ ມາລຽມ ເອ ຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ ໂດຍມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ເອກອັກຄະລັດຖະທູດ ຜູ້ຕາງໜ້າຈາກອົງການທີ່ບໍ່ສັງກັດລັດຖະບານ ແລະ ວິຊາການຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ພອນສະຫຼີ ສຸກສະຫວັດ ກ່າວວ່າ: ກອງປະຊຸມຄັ້ງນີ້ ກໍເພື່ອນຳສະເໜີແຜນການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ລວມທັງແຜນດຳເນີນງານ ຄວາມຕ້ອງການທາງດ້ານບຸຄະລາກອນ ແລະ ງົບປະມານ ແລະ ເພື່ອປຶກສາຫາລືກ່ຽວກັບຂົງເຂດການຮ່ວມມືກັບບັນດາຄູ່ຮ່ວມພັດທະນາຂອງ ສປປ ລາວ ຄວາມອາດສາມາດໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດການສຳຫຼວດ ກົນໄກ ແລະ ວິທີການເຮັດວຽກຮ່ວມກັນໃນຕໍ່ໜ້າ.

ຂໍ້ມູນສະຖິຕິທາງດ້ານພົນລະເມືອງ ແມ່ນຂໍ້ມູນໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດສຳລັບການສ້າງແຜນນະໂຍບາຍຕ່າງໆໃນແຕ່ລະໄລຍະ ໂດຍປະຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ ແບບຍືນຍົງ 2016-2025 ແລະ ວິໄສທັດຮອດປີ 2030 ຜ່ານມາ ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສມາແລ້ວ 4 ຄັ້ງ ໃນທຸກໆ 10 ປີ ເລີ່ມແຕ່ປີ 1985 ເປັນຕົ້ນມາ ຄັ້ງຫຼ້າສຸດແມ່ນປີ 2015 ໂດຍແມ່ນກະຊວງແຜນການ ແລະ ການລົງທຶນ ສູນສະຖິຕິແຫ່ງຊາດ ເປັນໃຈກາງໃນການຈັດຕັ້ງປະຕິບັດພາຍໃຕ້ການປະສານສົມທົບ ແລະ ຮ່ວມມືກັບບັນດາຂະແໜງການ ແລະ ຄູ່ຮ່ວມພັດທະນາ.
# ຂ່າວ & ພາບ: ສີພອນ ຈັນທະດາລາ