ກອງປະຊຸມສໍາມະນາ ການປ້ອງກັນການຄ້າມະນຸດ ແລະ ການທ່ອງທ່ຽວເພື່ອສະແຫວງຫາຜົນປະໂຫຍດທາງເພດເດັກ ໃນຂະແໜງທ່ອງທ່ຽວ ຈັດຂຶ້ນວັນທີ 31 ມີນາ 2021 ຢູ່ໂຮງແຮມດອນຈັນພາເລດ ມີທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ປີເຕິ ເຣມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າອົງການພັດທະນາສາກົນປະເທດສະຫະລັດອາເມຣິກາປະຈໍາລາວ ບັນດາທ່ານຕາງໜ້າຈາກກະຊວງກ່ຽວຂ້ອງ ຈາກບັນດາເມືອງ 9 ເມືອງ ໃນນະຄອນຫຼວງວຽງຈັນ ແລະ ພາກທຸລະກິດການທ່ອງທ່ຽວ ໂຮງແຮມ ເຮືອນພັກ ຮ້ານອາຫານ ແລະ ບັນເທິງ ເຂົ້າຮ່ວມ.


ໂອກາດນີ້ ທ່ານ ສະຫວັນຄອນ ຣາຊມຸນຕີ ກ່າວວ່າ: ເວທີສໍາມະນາຄັ້ງນີ້ ເປັນເປັນໂອກາດດີທີ່ພວກເຮົາ ບັນດາທ່ານຜູ້ປະກອບການ ຈະໄດ້ຮຽນຮູ້ເພື່ອຮັບຂໍ້ມູນຂ່າວສານກ່ຽວກັບການປ້ອງກັນການຄ້າມະນຸດ ຮູບແບບຂອງການຄ້າມະນຸດ ການທ່ອງທ່ຽວ ເພື່ອສະແຫວງຫາຜົນປະໂຫຍດທາງເພດ ຫຼືທົບທວນຄືນນະໂຍບາຍ ຫຼັກການ ຫຼືວິທີການດໍາເນີນທຸລະກິດ ຫຼື ການບໍລິການຂອງພວກເຮົາ ຖ້າອັນໃດເປັນສິ່ງທ້າທາຍ ພວກເຮົາເຫັນສົມຄວນຕ້ອງປັບປຸງໃຫ້ດີຂຶ້ນ ອັນໃດທີ່ພວກເຮົາເຮັດໄດ້ດີແລ້ວ ກໍສືບຕໍ່ເສີມຂະຫຍາຍ ແລະ ແລກປ່ຽນບົດຮຽນຮ່ວມກັນ ເພື່ອເຮັດໃຫ້ການດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວຂອງພວກເຮົາມີມາດຕະຖານອາຊຽນ ແລະ ໃກ້ຄຽງກັບປະເທດເພື່ອນບ້ານ ຫຼືສາກົນ ບໍ່ວ່າຈະເປັນຂອດການບໍລິການ ຫຼື ການເຊື່ອມໂຍງ ນະໂຍບາຍການປົກປ້ອງເດັກ ແລະ ແມ່ຍິງໃນຂະແໜງການທ່ອງທ່ຽວ ເພື່ອໃຫ້ສອດຄ່ອງກັບວັດທະນະທໍາ ຮີດຄອງປະເພນີຂອງລາວ ເຮັດໃຫ້ຂະແໜງການບໍລິການ ແລະ ການທ່ອງທ່ຽວຂອງປະເທດຫຼຸດພົ້ນອອກຈາກການຄ້າມະນຸດ ແລະ ການທ່ອງທ່ຽວເພື່ອສະແຫວງຫາຜົນປະໂຫຍດທາງເພດ ແລະ ເດັກນ້ອຍ.

ທ່ານ ປີເຕີ ເຣມອນ ກ່າວວ່າ: ການເພີ່ມທະວີການຮ່ວມມື ແລະ ຄວາມເຂົ້າໃຈຂອງພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ໃນຂະແໜງການທ່ອງທ່ຽວ ໃນການປ້ອງກັນການຄ້າມະນຸດ ແມ່ນມີຄວາມສໍາຄັນຫຼາຍ ເນື່ອງຈາກພວກເຂົາທຸກຄົນມີບົດບາດສໍາຄັນໃນການສໍາເລັດການປ້ອງກັນ ແລະ ຢຸດຕິການຄ້າມະນຸດ ເຊິ່ງວຽກງານດັ່ງກ່າວ ເປັນສ່ວນໜຶ່ງໃນການເປັນຄູ່ຮ່ວມງານແບບກວມລວມ ລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ໃນປີນີ້ ສະຫະລັດອາເມຣິກາ ແລະ ສປປ ລາວ ໄດ້ສະເຫຼີມສະຫຼອງສາຍສໍາພັນລະຫວ່າງປະເທດຄົບຮອບ 5 ປີ ຂ້າພະເຈົ້າຫວັງວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຄູ່ຮ່ວມງານຂອງພວກເຮົາ ເພື່ອໃຫ້ປະຊາຊົນລາວປອດໄພຈາກການຄ້າມະນຸດ.

# ຂ່າວ & ພາບ: ສີພອນ ຈັນທະດາລາ