ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງໝໍແຂວງຄໍາມ່ວນ ໂດຍສະເພາະແມ່ນເຄື່ອງອຸປະກອນການແພດທີ່ຈໍາເປັນ ໄດ້ຈັດຂຶ້ນໃນວັນທີ 29 ມີນາ 2021 ຢູ່ທີ່ໂຮງໝໍແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີບັນດາຕາງໜ້າໃຫ້ແກ່ບໍລິສັດເຊິ່ງໃຫ້ການຊ່ວຍເຫຼືອ ຕາງໜ້າບໍລິສັດ ຊີບີເອັຟ ຟາມາ (CBF) ຈໍາກັດ ການນໍາຂັ້ນກົມຂອງກະຊວງສາທາລະນະສຸກ ແຂກຖືກເຊີນ ຕະຫຼອດເຖິງພະນັກງານແພດໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນທະວີ ກິລາທອງ ຮອງຜູ້ອໍານວຍການບໍລິສັດ ຊີບີເອັຟ ກ່າວວ່າ: ເຄື່ອງຈັກທີ່ປະກອບໃນຄັ້ງນີ້ ລວມມີເຄື່ອງ 4008s ຈໍານວນ 3 ເຄື່ອງ ເຄື່ອງຈັກຜະລິດນໍ້າອາໂອບໍລິສຸດຈໍານວນ 1 ຊຸດ ພ້ອມອຸປະກອນປະກອບຄົບຖ້ວນ ແລະ ພ້ອມໃນການນໍາໃຊ້ງານ ລວມມູນຄ່າທັງໝົດ 84.000 ໂດລາສະຫະລັດ (ປະມານ 788 ລ້ານກີບ) ພາຍຫຼັງທີ່ບໍລິສັດ ຊີບີເອັຟ ໄດ້ຖືກຮັບຄັດເລືອກໃຫ້ເປັນຜູ້ສະໜອງ ບໍລິສັດກໍໄດ້ຮີບຮ້ອນໃນການຈັດຫາເຄື່ອງດັ່ງກ່າວ ສ່ວນການດໍາເນີນການຕິດຕັ້ງແມ່ນເລີ່ມຕັ້ງແຕ່ວັນທີ 13 ມີນາ 2021 ເຊິ່ງທີມງານວິສະວະກອນໄດ້ດໍາເນີນການຕິດຕັ້ງລະບົບໃໝ່ທັງໝົດ ລວມມີລະບົບຜະລິດນໍ້າອ່ອນ ລະບົບເກັບນໍ້າບໍລິສຸດ ຕິດຕັ້ງເຄື່ອງຜະລິດນໍ້າບໍລິສຸດ ແລະ ລະບົບຈ່າຍນໍ້າເຂົ້າເຄື່ອງຟອກໄຂ່ຫຼັງ (looping) ແລະ ທໍາການຂ້າເຊື້ອລະບົບຈ່າຍນໍ້າ ແລະ ກວດກາຫາຜົນທາງດ້ານເຄມີ-ຟີຊິກ ຈຸລິນຊີຕ່າງໆທີ່ຕົກຄ້າງໃນນໍ້າບໍລິສຸດ .

ທ່ານ ບຸນກອງ ສີຫາວົງ ກ່າວວ່າ: ໂດຍເຫັນໄດ້ເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນອັນຮີບດ່ວນ ກໍຄືຄວາມເປັນຫ່ວງເປັນໄຍຂອງການນໍາຂັ້ນສູງຂອງສອງກະຊວງ ໃນການຈັດຫາເຄື່ອງຟອກໄຂ່ຫຼັງເພື່ອນໍາມາປິ່ນປົວຄົນເຈັບຢູ່ໂຮງໝໍແຂວງຄໍາມ່ວນ ເຊິ່ງເຫັນວ່າຍັງຂາດເຂີນດ້ານເຄື່ອງມືອຸປະກອນຮັບໃຊ້ໃນການປິ່ນປົວພະຍາດດັ່ງກ່າວ ດ້ານໜຶ່ງກໍເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ພະນັກງານແພດໝໍ ປະຊາຊົນພາຍໃນແຂວງ ຕ່າງແຂວງທີ່ເຂົ້າມາໃຊ້ບໍລິການພາຍໃນໂຮງໝໍແຂວງ ພ້ອມນັ້ນ ທ່ານລັດຖະມົນຕີກໍໄດ້ສະແດງຄວາມຂອບໃຈມາຍັງສາມບໍລິສັດດັ່ງກ່າວ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ກໍໄດ້ຕາງໜ້າໃຫ້ການນໍາຂອງແຂວງ ໄດ້ສະແດງຄວາມຮູ້ບຸນຄຸນມາຍັງການນໍາຂັ້ນສູງຂອງກະຊວງສາທາລະນະສຸກ ແລະ ກະຊວງພະລັງງານ-ບໍ່ແຮ່ ທີ່ໄດ້ເປັນຫົວຈັກຫຼັກແຫຼ່ງໃນການຊອກຫາແຫຼ່ງທຶນເພື່ອມາຊ່ວຍເຫຼືອໂຮງໝໍແຂວງຄໍາມ່ວນ ໃນການຈັດຊື້ເຄື່ອງຟອກໄຂ່ຫຼັງໂດຍບໍ່ໄດ້ນໍາໃຊ້ງົບປະມານຂອງລັດ ແລະ ທ່ານຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກທາງບໍລິສັດໃນໂອກາດຕໍ່ໄປ.

ສໍາລັບເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີ:ເຄື່ອງຟອກໄຂ່ຫຼັງຈໍານວນ 3 ເຄື່ອງ ແລະ ເຄື່ອງຈັກຜະລິດນໍ້າອາໂອບໍລິສຸດຈໍານວນ 1 ຊຸດ ໂດຍການຊ່ວຍເຫຼືອຂອງ 3 ບໍລິສັດຄື: ບໍລິສັດ ເທີນ ຫີນບູນ ພາວເວີ ຈໍາກັດ ຈໍານວນ 28.000 ໂດລາສະຫະລັດ (ປະມານ 262 ລ້ານກີບ) ບໍລິສັດ ລັດວິສາຫະກິດ ຖືຫຸ້ນລາວ ຈໍາກັດ ຈໍານວນ 28.000 ໂດລາ ແລະ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ ຈໍານວນ 28.000 ໂດລາ ລວມມູນຄ່າລວມທັງໝົດ 84.000 ໂດລາ.
# ຂ່າວ & ພາບ: ສີພອນ ຈັນທະດາລາ