ເຊັນສັນຍາໂອນຮຸ້ນ 20% ຂອງລັດຖະບານລາວ

    ພິທີເຊັນສັນຍາໂອນຮຸ້ນ 20% ຂອງລັດຖະບານລາວ ໃນບໍລິສັດ ຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ ລະຫວ່າງລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ແລະ ລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ຈັດຂຶ້ນວັນທີ 26 ມີນາ 2021 ຢູ່ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ສຸລິຍາ ມະນີວົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ແລະ ທ່ານ ຈັນທອນ ສິດທິໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ມີທ່ານ ຫງວຽນ ບາຮຸງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ທ່ານ ອາລຸນແກ້ວ ກຽດຕິຄຸນ ປະທານກຳມະການບໍລິຫານຍຸດທະສາດ ແລະ ການວາງແຜນ ບໍລິສັດ ພະທີແອວໂຮນດິງ ຈຳກັດ ທ່ານ ສີລາ ວຽງແກ້ວ ທີ່ປຶກສາອາວຸໂສບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ບັນດາຫົວໜ້າກົມ ຮອງກົມ ຈາກບັນດາກະຊວງ ແລະພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ບໍລິສັດລັດວິສາຫະກິດ ລາວບໍລິການທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ (ລລວ) ສ້າງຕັ້ງຂຶ້ນປີ 2010 ຂຶ້ນກັບກະຊວງການເງິນໂດຍກົງ ແລະ ໄປຖືຮຸ້ນ 20% ໃນບໍລິສັດຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ ທີ່ ສສ ຫວຽດນາມ ປີ 20216ກະຊວງການເງິນໄດ້ອອກຂໍ້ຕົກລົງເຫັນດີອະນຸມັດໃຫ້ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ (ລລບສ) ເປັນຜູ້ເຂົ້າຄຸ້ມຄອງຖືຮຸ້ນໃນສ່ວນຂອງລັດຖະບານລາວ ແລະ ສືບຕໍ່ດຳເນີນການເຄື່ອນໄຫວກິດຈະການຮຸ້ນສ່ວນກັບຫວຽດນາມຢູ່ທ່າເຮືອຫວຸ້ງອ່າງ ປີ 2019 ກະຊວງການເງິນ ໄດ້ເຮັດເຊັນສັນຍາຮ່ວມທຶນສ້າງຕັ້ງບໍລິສັດໃໝ່ກັບບໍລິສັດປີໂຕຣລຽມເທຣດດິງລາວມະຫາຊົນ ມາເປັນຊື່ລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ຈາກນັ້ນ ລັດຖະບານລາວ ແລະຫວຽດນາມຈຶ່ງໄດ້ມີອະນຸສັນຍາຕົກລົງເຫັນດີໃຫ້ລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ທີ່ສ້າງຕັ້ງຂຶ່ນ ໃໝ່ນີ້ ໄປຖືຮຸ້ນແທນຢູ່ຫວຽດນາມ ສະນັ້ນ ລລບສ ຈຳເປັນຕ້ອງໄດ້ມອບຄືນຮຸ້ນ 20% ຢູ່ຫວຽດນາມ ກັບຄືນໃຫ້ແກ່ກະຊວງການເງິນ ຕາງໜ້າໂດຍລັດວິວາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ສືບຕໍ່ໄປຖືຮຸ້ນດັ່ງກ່າວ.

    ອີງຕາມແຜນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຄາດວ່າຈະໄດ້ລົງມືຍົກລະດັບ ແລະ ກໍ່ສ້າງ ປີ 2021 ແລະ ປີ 2023 ຈະໃຫ້ສຳເລັດໄລຍະທີ 1 ໂຄງການດັ່ງກ່າວ ເປັນໂຄງການນໍ້າເລິກ ມີຄວາມສຳຄັນຫຼາຍໃນພາກການຂົນສົ່ງທາງນໍ້າ ພາກກາງຂອງຫວຽດນາມ ກໍຄືພາກກາງຂອງລາວ ໃນການເຊື່ອມໂຍງການຄ້າໃນພາກພື້ນນີ້ ແລະ ເປັນການຕອບສະໜອງນະໂຍບາຍຂອງລັດຖະບານລາວ ເຮັດໃຫ້ປະເທດລາວມີເສັ້ນທາງອອກສູ່ທະເລ ກາຍເປັນທາງຜ່ານ ແລະ ຈຸດເຊື່ອມຕໍ່ໃນການຂົນສົ່ງເພື່ອຜົນປະໂຫຍດລວມໃນພາກພື້ນ.

​                              # ຂ່າວ & ພາບ: ສົມສະຫວັນ

error: Content is protected !!