ໂຄງການຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວຊຸດທີ 1 ຈະທົດລອງຈັດຕັ້ງປະຕິບັດຢູ່ 2 ແຂວງພາກເໜືອ

    ຄະນະກຳມະການຮ່ວມມືລາວ-ຈີນ ຮ່ວມກັບຄະນະຄຸ້ມຄອງໂຄງການຝ່າຍຈີນ ໄດ້ຈັດພິທິເປີດໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 1 ຂຶ້ນວັນທີ 30 ມີນາ 2021 ທີ່ໂຮງແຮມດອນຈັນພາເລດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ທັງເປັນປະທານຄະນະກໍາມະການຮ່ວມມືລາວ-ຈີນ ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາລາວ ພ້ອມດ້ວຍຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ ແລະ ທ່ານຮອງເຈົ້າແຂວງໆວຽງຈັນ ແລະ ແຂວງຫຼວງພະບາງ ຕະຫຼອດຮອດບັນດາກົມກອງ ແລະ ພະແນກການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ.

    ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ແມ່ນ 4 ໜ້າວຽກໃນ 8 ໂຄງການໃຫຍ່ທີ່ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ ໄດ້ປະກາດໃຫ້ການຊ່ວຍເຫຼືອລ້າແກ່ ສປປ ລາວ ໃນໂອກາດມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ທ້າຍປີ 2017 ເວລາຈັດຕັ້ງປະຕິບັດຕົວຈິງ ເນື່ອງຈາກ 4 ວຽກນີ້ຕິດພັນກັນຢ່າງສະໜິດແໜ້ນ ດັ່ງນັ້ນ ຈຶ່ງໄດ້ເອົາ 4 ໜ້າວຽກມັດເຂົ້າເປັນໂຄງການດຽວ ເອີ້ນຫຍໍ້ວ່າ ໂຄງການ 4 x 100 ເຊິ່ງທັງ 4 ໜ້າວຽກປະກອບມີ ການກໍ່ສ້າງລະບົບສະໜອງນໍ້າສະອາດ 100 ບ້ານ ກໍ່ສ້າງສຸກສາລາ 100 ແຫ່ງ ດຶງໄຟຟ້າເຂົ້າບ້ານ ແລະ ຄົວເຮືອນ 100 ບ້ານ ຕິດຕັ້ງລະບົບໂທລະພາບດີຈີຕອນຜ່ານດາວທຽມໃຫ້ແກ່ປະຊາຊົນໃນ 100 ບ້ານ.

    ໂຄງການ 4 x 100 ເປັນໂຄງການທໍາອິດທີ່ຈັດຕັ້ງປະຕິບັດ ໂດຍນໍາໃຊ້ຮູບແບບ “ປະເທດໄດ້ຮັບການຊ່ວຍເຫຼືອ ເປັນຜູ້ຈັດຕັ້ງປະຕິບັດເອງ” ເນື່ອງຈາກການທີ່ຈະຈັດຕັ້ງປະຕິບັດຕົວຈິງພ້ອມກັນ 400 ໂຄງການບາດດຽວ ເປັນໄປໄດ້ຍາກ ດັ່ງນັ້ນ ສອງຝ່າຍຈຶ່ງໄດ້ຢຶດຖືບາງຫຼັກການຄື: ແບ່ງເປັນໄລຍະ ແບ່ງເປັນຊຸດ ເຮັດຢ່າງມີຈຸດສຸມ ແຕ່ງ່າຍຫາຍາກ ທັງເຮັດທັງຖອດຖອນບົດຮຽນໄປນໍາ ໂດຍມີເປົ້າໝາຍປະຕິບັດໃຫ້ໄດ້ຄົບທຸກໆແຂວງຂອງປະເທດລາວ ສະເພາະໂຄງການຊຸດທີ 1 ໄດ້ທົດລອງຈັດຕັ້ງປະຕິບັດຢູ່ 2 ແຂວງພາກເໜືອກ່ອນ ຄື: ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ໃນນີ້ ມີໂຄງການສະໜອງນໍ້າສະອາດ ຈໍານວນ 17 ບ້ານ ໂຄງການກໍ່ສ້າງສຸກສາລາ (ໂຮງໝໍນ້ອຍ) ຈໍານວນ 7 ແຫ່ງ ໂຄງການດຶງໄຟຟ້າເຂົ້າບ້ານ ແລະ ຄົວເຮືອນ ຈໍານວນ 16 ບ້ານ ແລະ ໂຄງການໂທລະພາບດິຈິຕອນຜ່ານດາວທຽມ ຈໍານວນ 30 ບ້ານ ມີໄລຍະເວລາການກໍ່ສ້າງລວມທັງໝົດ 18 ເດືອນ ເຊິ່ງແມ່ນກຸ່ມບໍລິສັດລົງທຶນ-ກໍ່ສ້າງຮຸ້ນສ່ວນ ຈໍາກັດ ແຂວງຢູນນານ ສປ ຈີນ ເປັນບໍລິສັດຮັບເໝົາກໍ່ສ້າງ ພາຍຫຼັງເລີ່ມຈັດຕັ້ງປະຕິບັດ ຊຸດທີ 1 ແລ້ວ ກໍສາມາດສືບຕໍ່ກຳນົດໂຄງການທີ່ຈະປະຕິບັດໃນຊຸດທີ 2 ແລະ ຊຸດຕໍ່ໆໄປຕາມຄວາມເໝາະສົມ.

​                              # ຂ່າວ & ພາບ: ຂັນທະວີ

error: Content is protected !!