ທູດອາເມຣິກາ ຢ້ຽມຢາມໂຄງການທ່າບົກທ່ານາແລ້ງ

    ວັນທີ 30 ມີນາ 2021 ທ່ານ ປີເຕີ ເຮມ໊ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ທີ່ຕັ້ງຢູ່ບ້ານທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກຕ້ອນຮັບໂດຍທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກຳມະການຍຸດທະສາດ ແລະການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ທ່ານ ວຽງຄອນ ສິດທິໄຊ ຮອງປະທານບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ພ້ອມດ້ວຍຜູ້ອຳນວຍການ ແລະ ພະນັກງານຫຼັກແຫຼ່ງບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ແລະ ບໍລິສັດ ສິດທິໂລຈິສຕິກລາວ ຈຳກັດ. 

    ໂອກາດນີ້ ທ່ານທູດພ້ອມຄະນະ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດວຽງຈັນໂລຈິສຕິກນະຄອນຫຼວງວຽງຈັນ ຈາກທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໂຄງການທ່າບົກທ່ານາແລ້ງ ແລະ ເຂດວຽງຈັນໂລຈິສຕິກນະຄອນຫຼວງວຽງຈັນ ເຊິ່ງໂຄງການດັ່ງກ່າວ ແນໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານລາວ ໃນການຫັນປ່ຽນລາວໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນແມ່ນໍ້າຂອງ ແລະ ສາກົນ ເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງສິນຄ້ານໍາເຂົ້າ ແລະ ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີ 1 ນະຄອນຫຼວງວຽງຈັນ ແລະ ແຂວງໜອງຄາຍ ຈາກທີ່ມີຢູ່ໃນປັດຈຸບັນລົງ 40% ຮອດປີ 2025 ເຮັດໃຫ້ລາວເຮົາ ບໍ່ພຽງແຕ່ເປັນທາງຜ່ານເທົ່ານັ້ນ ແຕ່ຍັງເປັນສູນກາງເຊື່ອມໂຍງການຄ້າລະຫວ່າງປະເທດ  ໄດ້ຮັບການຍອມຮັບຈາກເຄືອຂ່າຍຂົນສົ່ງລະຫວ່າງປະເທດ  ໃຫ້ເປັນຈຸດ ໝາຍປາຍທາງ ແລະ ເປັນພື້ນຖານຈຸດຜ່ານທີ່ສຳຄັນ ຕອບສະໜອງຍຸດທະສາດການເຊື່ອມໂຍງຂອງລັດຖະບານລາວ ແລະການເຕີບໂຕແບບຍືນຍົງຂອງເສດຖະກິດແຫ່ງຊາດ.

                # ຂ່າວ & ພາບ: ສົມສະຫວັນ

error: Content is protected !!