ສິງກະໂປ ສຶບຕໍ່ໃຫ້ທຶນເຝິກອົບຮົມຫົວຂໍ້ “ການຂຽນບົດສະເໜີໂຄງການ” ແກ່ລາວ

    ກະຊວງການຕ່າງປະເທດສິງກະໂປ ສຶບຕໍ່ໃຫ້ທຶນເຝິກອົບຮົມ ຫົວຂໍ້ “ການຂຽນບົດສະເໜີໂຄງການ” ໃຫ້ພະນັກງານ-ລັດຖະກອນລາວ ແຕ່ວັນທີ 15-26 ມີນາ 2021 ຢູ່ສູນຮ່ວມມື ລາວ-ສິງກະໂປ ຜ່ານວິດີໂອທາງໄກ ໂດຍມີທ່ານ ອາເຣນ ໂກ ແລະ ນາງ ຈານ ເຢນ ຕິງ ວິທະຍາກອນຈາກວິທະຍາໄລສັບພະວິຊາຣີພັບບລິກ ປະເທດສິງກະໂປ ຮ່ວມກັບກອງເລຂາອາຊຽນເປັນຜູ້ຖ່າຍທອດຄວາມຮູ້ໃຫ້ ມີສໍາມະນາກອນ 19 ຄົນເຂົ້າຮ່ວມ.  

    ຈຸດປະສົງເພື່ອຍົກລະດັບຄວາມເຂົ້າໃຈກ່ຽວກັບຫຼັກການສໍາຄັນ ທັດສະນະ ແລະ ຂະບວນການຕ່າງໆ ໃນການພັດທະນາ ການອອກແບບ ແລະ ການຂຽນບົດສະເໜີໂຄງການໃຫ້ມີປະສິດທິຜົນ ລວມທັງການຕິດຕາມ ແລະ ການບໍລິຫານຈັດການ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຂັ້ນຕອນການສະເໜີ ການປະເມີນຜົນ ແລະ ການປະຕິບັດ ເພື່ອສະໜອງຄວາມສະດວກໃຫ້ການຈັດຊຸດເຝິກອົບຮົມຕາມຫົວຂໍ້ຂ້າງເທິງນັ້ນ ກະຊວງການຕ່າງປະເທດສິງກະໂປ ຮ່ວມກັບກອງເລຂາອາຊຽນ ໄດ້ສົ່ງຄູເຝິກຈຳນວນໜຶ່ງຈາກປະເທດສິງກະໂປ ແລະ ກອງເລຂາອາຊຽນ ເຂົ້າຮ່ວມສິດສອນນຳອີກ. 

    ທ່ານ ວິນະສັກ ວົງແສງທອງ ສຳມະນາກອນຈາກກະຊວງການເງິນ ໄດ້ສະແດງຄວາມຂອບໃຈລັດຖະບານສິງກະໂປ ທີ່ໄດ້ຈັດຊຸດເຝິກອົບຮົມດັ່ງກ່າວຂຶ້ນ ເຊິ່ງເຮັດໃຫ້ຕົນມີໂອກາດໄດ້ຮຽນຮູ້ວິທີການຂຽນບົດສະເໜີ ແລະ ຂັ້ນຕອນການປະຕິບັດທີ່ເປັນປະໂຫຍດ ເປັນຕົ້ນ ໄດ້ເຂົ້າໃຈເລິກເຊິ່ງກ່ຽວກັບໂຄງການ ແລະ ກົນໄກຕ່າງໆໃນຂອບການຮ່ວມມືອາຊຽນ ລວມທັງຂັ້ນຕອນການປະເມີນຜົນ ການຮັບຮອງ ການປະຕິບັດ ແລະ ການຕິດຕາມ ເຊິ່ງຄຳແນະນຳ ແລະ ຂໍ້ສະເໜີແນະຈາກຄູເຝິກກ່ຽວກັບການລາຍງານກຸ່ມ ແມ່ນມີຜົນປະໂຫຍດຫຼາຍ. 

    ຊຸດເຝິກອົບຮົມຄັ້ງນີ້ ໄດ້ຮັບທຶນຈາກໂຄງການຂອບການເຊື່ອມໂຍງອາຊຽນ (IAI) ພາຍໃຕ້ໂຄງການດັ່ງກ່າວ ສິງກະໂປໄດ້ຈັດຊຸດເຝິກອົບຮົມ 20-30 ຄັ້ງຕໍ່ປີ ຢູ່ສູນຮ່ວມມື ລາວ-ສິງກະໂປ ໂດຍເນັ້ນໃສ່ການເຝິກອົບຮົມຫຼາຍຂົງເຂດ ເຊັ່ນ: ການປະຕິບັດທີ່ດີທີ່ສຸດໃນນະໂຍບາຍສາທາລະນະ ແລະ ການບໍລິຫານ ການພັດທະນາເສດຖະກິດ ສະໜອງຄວາມສະດວກໃຫ້ການຄ້າ ສາທາ ແລະ ສະຫວັດດີການ ສິ່ງແວດລ້ວມ ແລະ ການພັດທະນາແບບຍືນຍົງ ທັກສະການສື່ສານ ແລະ ພາສາອັງກິດ.             

                # ຂ່າວ & ພາບ: ສະບາໄພ

error: Content is protected !!