ສະໂມສອນບານເຕະ ໄຊເສດຖາ ເອັຟຊີ ກຽມຈັດການແຂ່ງຂັນເຕະບານເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 9 ປີ ແລະ ຮຸ່ນອາຍຸບໍ່ເກີນ 12 ປີ ຊີງຂັນທ່ານປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ (ນວ) ຂຶ້ນໃນວັນທີ 4 ເມສາ 2021 ຢູ່ສະໜາມກີລານິວອາຣີນາ ເມືອງສີສັດຕະນາກ ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ຂອງພັກ ໃຫ້ມີຂະບວນຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຍິ່ງຂຶ້ນໄປ ທັງເປັນການພັດທະນາກີລາເຕະບານເຍົາວະຊົນພາຍໃນເມືອງ ເພື່ອເຂົ້າຮ່ວມງານແຂ່ງຂັນກີລາຂັ້ນ ນວ ໃນອະນາຄົດ.


ທ່ານ ໄຊເສດຖາ ຄໍາວຽງງາມ ປະທານສະໂມສອນບານເຕະ ໄຊເສດຖາ ເອັຟຊີ ໃຫ້ສໍາພາດຕໍ່ສື່ມວນຊົນ ວັນທີ 30 ມີນາ 2021 ນີ້ ວ່າ: ການແຂ່ງຂັນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ (ວັນທີ 5 ເມສາ 1961-5 ເມສາ 2021) ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (14 ເມສາ 1955-14 ເມສາ 2021) ນອກຈາກນີ້ ຍັງເປັນການເຮັດໃຫ້ນັກກີລາເຍົາວະຊົນຫັນມາຫຼິ້ນກີລາໃຫ້ນັບມື້ຫຼາຍຂຶ້ນ ທັງເປັນການໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ແນໃສ່ໃຫ້ນັກກີລາທຸກໆຄົນມີຄວາມກະຕືລືລົ້ນໃນການພັດທະນາຕົນເອງ ເພື່ອກ້າວສູ່ທີມຊາດໃນອະນາຄົດ ແລະ ສິ່ງສຳຄັນທີ່ສຸດ ກໍຄືການຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ.

ສໍາລັບການແຂ່ງຂັນດັ່ງກ່າວ ພວກເຮົາຈະຈັດພຽງແຕ່ 2 ຮຸ່ນ ຄື: ຮຸ່ນອາຍຸ 9 ປີ ແລະ 12 ປີ ໂດຍຮຸ່ນ 9 ປີ ມີ 4 ສະໂມສອນ ປະກອບມີ: ສະໂມສອນຄໍາເຄນ ສະໂມສອນ DK ສະໂມສອນຮາກແກ້ວ ແລະ ສະໂມສອນໄຊເສດຖາ ສ່ວນຮຸ່ນ 12 ປີ ມີ 8 ສະໂມສອນ ແບ່ງເປັນ 2 ກຸ່ມ ປະກອບມີ: ກຸ່ມ A ສະໂມສອນ DKK ສະໂມສອນ DK ສະໂມສອນແສງສະໄໝ ແລະ ສະໂມສອນໄຊເສດຖາ ສ່ວນກຸ່ມ B ມີສະໂມສອນຄໍາເຄນ ສະໂມສອນ PMX88 ສະໂມສອນ ຮາກແກ້ວ ແລະ ສະໂມສອນໄຊເສດຖາ ການແຂ່ງຂັນຈະເລີ່ມເປີດຢ່າງເປັນທາງການໃນວັນທີ 4 ເມສາ 2021 ຄາດວ່າຈະໃຫ້ສໍາເລັດໃນກາງເດືອນພຶດສະພານີ້.

# ຂ່າວ & ພາບ: ສີພອນ