ແຜນພັດທະນາສະພາທະນາຍຄວາມ ກໍານົດເອົາ 5 ແຜນການໃຫຍ່

    ກອງປະຊຸມໃຫຍ່ວິສາມັນທະນາຍຄວາມຄວາມທົ່ວປະເທດ ຈັດຂຶ້ນວັນທີ 29-30 ທັນວາ 2021 ທີ່ກະຊວງຍຸຕິທໍາ ເປັນປະທານຂອງທານ ຄໍາໃສ ສຸລິນທອນ ປະທານສະພາທະນາຍຄວາມລາວ ມີບັນດາຮອງປະທານ ຄະນະບໍລິຫານງານ ພ້ອມດ້ວຍທະນາຍຄວາມທົ່ວປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ວໍລັດສະໝີ ສຸລິປະພັນ ຮອງປະທານສະພາທະນາຄວາມລາວ ຂຶ້ນຜ່ານແຜນພັດທະນາສະພາທະນາຍຄວາມ ແຕ່ປີ 2021-2025 ໃຫ້ຮູ້ວ່າ: ທິດທາງແຜນພັດທະນາສະພາທະນາຍຄວາມ ປະກອບມີ 5 ແຜນໃຫຍ່ຄື: ສ້າງແລະ ປັບປຸງກົດໝາຍ ນິຕິກໍາກ່ຽວກັບວຽກງານວິຊາຊີບທະນາຍຄວາມໃຫ້ເປັນລະບົບຄົບຊຸດ ປັບປຸງກົງຈັກບໍລິຫານ  ແລະ  ຫ້ອງການທີ່ປຶກສາກົດໝາຍໃຫ້ຄົບຖ້ວນ ແລະ ສອດຄ່ອງ ມີຄວາມໜັກແໜ້ນ ສາມາດຄຸ້ມຄອງວຽກງານພາຍໃນຂອງຕົນໄດ້ຢ່າງຮອບດ້ານ ແລະ ເຂັ້ມແຂງ ເພີ່ມທະວີປະສານສົມທົບ ພົວພັນລະຫວ່າງທະນາຍຄວາມກັບອົງການຈັດຕັ້ງຕ່າງໆ ນັບແຕ່ຂັ້ນສູນກາງຫາທ້ອງຖິ່ນໃຫ້ມີຄວາມໜັກແໜ້ນ ແລະ ຄ່ອງຕົວ ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອແລກປ່ຽນຖອດຖອນບົດຮຽນກ່ຽວກັບວຽກງານສະພາທະນາຍຄວາມ ແລະ ພັດທະນາພື້ນຖານໂຄງລ່າງຂອງສະພາທະນາຍຄວາມໃຫ້ເໝະາສົມ ເຊິ່ງໃນການຈັດຕັ້ງປະຕິບັດຕົວຈິງຕໍ່ກັບ 5 ແຜນການໃຫຍ່ນີ້ ໄດ້ວາງອອກເປັນ 7 ໂຄງການ 26 ແຜນງານ.

​     # ຂ່າວ & ພາບ: ວຽງມາ

error: Content is protected !!