ສຶກສາຄວາມເປັນໄປໄດ້ ໃນການຮ່ວມມືປັບປຸງການຜະລິດກະສິກໍາສະອາດ ເປັນກະສິກໍາອິນຊີ

    ວັນທີ 29 ມີນາ 2021 ທ່ານ ສີສຸພັນ ບຸນສະເໜີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສັງທອງ ໄດ້ນໍາພາສອງບໍລິສັດຄື: ບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈໍາກັດ ແລະ ບໍລິສັດ ຮຸ່ງເຮືອງມະຫາຝົນ ຂາເຂົ້າ-ຂາອອກ ຈໍາກັດ ຢ້ຽມຢາມສະຖານທີ່ປູກຜັກກະສິກໍາສະອາດ ຂອງບໍລິສັດສົ່ງເສີມກະສິກໍາລາວ-ຈີນ ຈໍາກັດ ເພື່ອສຶກສາຄວາມເປັນໄປໄດ້ຂອງການປັບປຸງຈາກການຜະລິດກະສິກໍາສະອາດໃຫ້ກາຍເປັນການຜະລິດກະສິກໍາອິນຊີ ແນໃສ່ເປັນການທົດລອງ ພ້ອມທັງສ້າງເປັນຕົວແບບ ແລະ ສ້າງຄວາມເຊື່ອໝັ້ນດ້ານຕະຫຼາດຈໍາໜ່າຍໃຫ້ກັບປະຊາຊົນ.

    ທ່ານ ສີສຸພັນ ບຸນສະເໜີ ໃຫ້ຮູ້ວ່າ: ບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຈໍາກັດ ແລະ ບໍລິສັດ ຮຸ່ງເຮືອງມະຫາຝົນ ຂາອອກ-ຂາເຂົ້າ ທັງສອງບໍລິສັດເປັນບໍລິສັດທີ່ສົ່ງເສີມດ້ານວຽກງານກະສິກໍາອິນຊີ ເຊິ່ງທັງສອງບໍລິສັດມີທ່າແຮງຊຸກຍູ້ສົ່ງເສີມກະສິກໍາ ເພື່ອໃຫ້ເຂົ້າເຖິງຕະຫຼາດ ແລະ ເຫັນວ່າ ບໍລິສັດສົ່ງເສີມກະສິກໍາລາວ-ຈີນ ຈໍາກັດ ເປັນບໍລິສັດທີ່ທໍາການຜະລິດກະສິກໍາສະອາດດ້ວຍການໃຊ້ທຶນ ແລະ ແຮງງານວິຊາການຂອງຕົນເອງ ມີເນື້ອທີ່ທັງໝົດ 11 ເຮັກຕາ ທີ່ເຊົ່າກັບພໍ່ແມ່ປະຊາຊົນບ້ານຫ້ວຍຄໍາ ມີອາຍຸການ 25 ປີ ດ້ວຍເຫັນໄດ້ທ່າແຮງບົ່ມຊ້ອນຫຼາຍອັນ ຈຶ່ງໄດ້ສະເໜີໃຫ້ທັງສອງບໍລິສັດມາຮ່ວມມືກັບບໍລິສັດສົ່ງເສີມກະສິກໍາ ລາວ-ຈີນ ໃຫ້ເຂົ້າເຖິງຕະຫຼາດ ຖ້າຫາກ 3 ບໍລິສັດຮ່ວມມືກັນ ເຊື່ອວ່າຈະເປັນເງື່ອນໄຂອັນດີໃຫ້ແກ່ການສົ່ງເສີມວຽກງານກະສິກໍາສະອາດ ແລະ ກະສິກໍາອິນຊີຢູ່ເມືງສັງທອງມີທ່າກ້າວກະໂດດ ພ້ອມນັ້ນ ຫວັງວ່າຈະເປັນແຮງຍູ້ດັນການສ້າງເປັນເມືອງທ່ອງທ່ຽວທາງດ້ານກະສິກໍາຕິດພັນກັບທໍາມະຊາດ ແລະ ປະຊາຊົນມີສ່ວນຮ່ວມ ພ້ອມຈະກ້າວໄປເຖິງຈຸດໝາຍໃຫ້ເມືອງສັງທອງມີຕະຫຼາດອິນຊີ ຜັກສະອາດຂອງເມືອງສັງທອງ ວາງຈໍາໜ່າຍໃນ 8 ຕົວເມືອງຂອງນະຄອນຫຼວງວຽງຈັນ ເພື່ອເກັບຊື້ຜົນຜະລິດການປູກ ແລະ ການລ້ຽງຂອງປະຊາຊົນພາຍໃນເມືອງສັງທອງ.

    ທ່ານ ແກ້ວລໍາພອນ ແສງສຸລິເດດ ປະທານບໍລິສັດ ແກ້ວທະວີຄູນ ເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈໍາກັດ ໃຫ້ສໍາພາດຕື່ມວ່າ: ໂດຍໄດ້ຮັບຄໍາເຊື້ອເຊີນຈາກຫົວໜ້າຫ້ອງການກະສິກໍາເມືອງສັງທອງ ໃຫ້ທັງສອງບໍລິສັດລົງມາສຶກສາຄວາມເປັນໄປໄດ້ ຊອກຫາຂໍ້ມູນການຜະລິດກະສິກໍາເປັນສິນຄ້າຂອງບໍລິສັດ ຮ່ວມມືລາວ-ຈີນ ເຊິ່ງຜ່ານການລົງຕົວຈິງ ເຫັນວ່າບໍລິສັດໄດ້ມີການປູກມາແລ້ວ ແຕ່ຍັງບໍ່ທັນມີເລື່ອງການຕະຫຼາດຮອງຮັບ ສະນັ້ນ ທາງບໍລິສັດໄດ້ມາສຶກສາຂໍ້ມູນລະອຽດ ເພື່ອເຮັດສິນຄ້າທີ່ຜະລິດອອກມາເປັນກະສິກໍາສະອາດໄປກ່ອນ ຕາມມາດຕະຖານທີ່ກະສິກໍາວາງອອກ ພ້ອມນັ້ນ ຍັງສຶກສາຂໍ້ມູນສະພາບດິນຟ້າອາດກາດ ເພື່ອຈະໄດ້ແນະນໍາວິທີການໃຫ້ຖືກໄລຍະຈັງຫວະຂອງພືດຜັກແຕ່ລະຊະນິດທີ່ຈະນໍາມາປູກ ໂດຍເບື້ອງຕົ້ນ ຈະມີການທົດລອງໃສ່ເປັນແຕ່ໄລຍະຄື: ລະດູຮ້ອນ ລະດູແລ້ງ ລະດູຝົນ ແນໃສ່ເພື່ອເຮັດໃຫ້ຜົນຜະລິດໄດ້ຕາມເປົ້າໝາຍທີ່ວາງໄວ້.

​  # ຂ່າວ & ພາບ: ຂັນທະວີ

error: Content is protected !!