ຫົວເຫວີຍ ຈັດກອງປະຊຸມການຫັນປ່ຽນອຸດສາຫະກໍາດີຕີຕອນແບບອອນລາຍ ຫົວຂໍ້ວ່າ “ຄຸນຄ່າໃໝ່ຮ່ວມກັນ” ຂຶ້ນວັນທີ 24 ມີນາ 2021 ຢູ່ເມືອງເຊີນເຈີ້ນ ສປ ຈີນ ໂດຍມີລູກຄ້າ ແລະ ຄູ່ຮ່ວມງານຈາກ 10 ກວ່າປະເທດ ໄດ້ຮ່ວມກັນແບ່ງປັນການປະຕິຮູບອຸດສາຫະກຳ ແລະ ຄົ້ນຫາຄຸນຄ່າໃໝ່ຂອງການຫັນປ່ຽນດີຈີຕອນໃນຍຸກຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານ Ken Hu ປະທານໝູນວຽນຂອງຫົວເຫວີຍ ໄດ້ຍົກໃຫ້ເຫັນວ່າ ການຫັນເປັນດີຈີຕອນ ກຳລັງເລັ່ງຄວາມໄວໃນທຸກອຸດສາຫະກຳ ແລະ ການນໍາເອົາລະບົບຄລາວມາໃຊ້ເຕັມຮູບແບບ ຈະເກີດຂຶ້ນໄວກວ່າທີ່ຄາດການໄວ້ 1-3 ປີ ການກ້າວສູ່ດີຈີຕອນ ບໍ່ພຽງມີໄວ້ສຳລັບບໍລິສັດອິນເຕີເນັດອີກຕໍ່ໄປ ແຕ່ກໍາລັງຂະຫຍາຍໄປສູ່ອຸດສາຫະກຳແບບດັ່ງເດີມ ແລະ ຈາກສໍານັກງານໄປຈົນເຖິງຂັ້ນຕອນການຜະລິດ ພວກເຮົາຈະສືບຕໍ່ສ້າງສັນນະວັດຕະກຳເຕັກໂນໂລຊີ ແລະ ໂຊລູຊັນທີ່ອີງໃສ່ສະຖານະການຕົວຈິງ ເພື່ອຊ່ວຍໃຫ້ທຸກອຸດສາຫະກຳໄດ້ໃຊ້ປະໂຫຍດຈາກໂອກາດນີ້ ຫົວເຫວີຍໄດ້ສ້າງຫ້ອງທົດລອງແບບເປີດ 13 ແຫ່ງທົ່ວໂລກ ເພື່ອສະໜັບສະໜູນການສ້າງສັນນະວັດຕະກຳຮ່ວມກັນ ບໍລິສັດກຳລັງເຮັດວຽກຮ່ວມກັບພັນທະມິດລະບົບນິເວດເກືອບ 900 ແຫ່ງ ເພື່ອອົບຮົມແນວທາງແກ້ໄຂທີ່ແຕກຕ່າງກັນສຳລັບທຸກສະຖານະການໃນຂະແໜງອຸດສາຫະກຳ ປັດຈຸບັນ ຫົວເຫວີຍໄດ້ປະສົບຜົນສຳເລັດດ້ານຕ່າງໆຫຼາຍກວ່າ 60 ລາຍການ ນັບແຕ່ການຂາຍຍ່ອຍແບບຊານສະຫຼາດ ຈົນເຖິງການຜະລິດທີ່ຊານສະຫຼາດ ນອກນີ້ ຫົວເຫວີຍກໍກຳລັງປະດິດສ້າງນະວັດຕະກໍາໃນຂົງເຂດຕ່າງໆ ເຊັ່ນ: ວິທະຍາເຂດຊານສະຫຼາດ ເຄືອຂ່າຍທີ່ກຳນົດໄດ້ ສູນຂໍ້ມູນແບບປະສົມປະສານ ຄລາວ ແລະ ພະລັງງານສີຂຽວ ເພື່ອວາງຮາກຖານໃຫ້ອະນາຄົດທີ່ຊານສະຫຼາດ ແນວຄວາມຄິດ ແລະ ແບບຈໍາລອງຕ້ອງໄດ້ຜ່ານການທົດສອບໃນສະຖານະການຕົວຈິງ ຫຼັງຈາກການເຝິກຝົນມາຫຼາຍປີ ຫົວເຫວີຍໄດ້ສະເໜີຮູບແບບທີ່ຂັບເຄື່ອນການຫັນເປັນດີຈີຕອນອຸດສາຫະກຳ ແລະ ຢັ້ງຢືນວ່າ ການຫັນເປັນດີຈີຕອນ ຄວນສຸມໃສ່ການນຳໃຊ້ຕົວຈິງ ເຊິ່ງສາມາດນຳມາໃຊ້ເພື່ອສ້າງຄຸນຄ່າໃຫ້ລູກຄ້າ ໂດຍຜ່ານການປັບປຸງຢ່າງຕໍ່ເນື່ອງ.

ທ່ານ Peng Zhongyang ສະມາຊິກຄະນະບໍລິຫານ ປະທານ Enterprise BG ຫົວເຫວີຍ ກ່າວວ່າ: ຕ້ອງປະຕິບັດຕາມ 3 ຫຼັກການພື້ນຖານໃນລະຫວ່າງການຫັນເປັນດີຈີຕອນ ຄື: 1. ບໍລິສັດຕ້ອງສືບຕໍ່ເປັນໃຈກາງຂອງລູກຄ້າ ເຊິ່ງແມ່ນຈຸດເລີ່ມຕົ້ນຂອງການຫັນເປັນດີຈີຕອນ 2. ພວກເຂົາຕ້ອງຢຶດເອົາການປະສົມປະສານຂອງເຕັກໂນໂລຊີ ແລະ ສະຖານະການແມ່ນກະແຈສຳຄັນໃນການສ້າງດີຈີຕອນ ຂະນະທີ່ ຄລາວ ມີຄວາມສຳຄັນຕໍ່ການເພີ່ມປະສິດທິຜົນຢ່າງຕໍ່ເນື່ອງ ແລະ ການສ້າງມູນຄ່າໃນຍຸກດີຈີຕອນ 3. ທຸລະກິດຄວນໃຫ້ຄວາມສໍາຄັນກັບຄວາມຕ້ອງການຂອງລູກຄ້າ ເພື່ອສ້າງລະບົບນິເວດດີຈີຕອນ ເຊັ່ນ: ການສຳຫຼວດສະຖານະການ ການສ້າງຄວາມສາມາດ ແລະ ຮູບແບບການຮ່ວມມື ເພື່ອຮ່ວມກັນສ້າງຄຸນຄ່າໃໝ່ໃຫ້ອຸດສາຫະກຳ ສິ່ງທ້າທາຍ ແລະ ຄວາມບໍ່ແນ່ນອນ ຈະເກີດຂຶ້ນໃນຍຸກຫຼັງການລະບາດຂອງພະຍາດໂຄວິດ-19 ບໍລິສັດຫົວເຫວີຍຈະເປີດກວ້າງກວ່າເກົ່າ ແລະ ສືບຕໍ່ເຮັດວຽກຮ່ວມກັບພັນທະມິດທົ່ວໂລກກວ່າ 30.000 ກໍລະນີ ເພື່ອເສີມກໍາລັງຂອງແຕ່ລະຝ່າຍ ແລະ ຊ່ວຍແກ້ໄຂສິ່ງທ້າທາຍໃໝ່ໆ ຫົວເຫວີຍຕັ້ງໃຈທີ່ຈະເຮັດວຽກຮ່ວມກັບລູກຄ້າ ແລະ ຄູ່ຄ້າ ໃນການຮວບຮວມສະຖານະການທາງທຸລະກິດຫຼັກ ກັບເຕັກໂນໂລຊີໄອຊີທີ ເລັ່ງການຫັນເປັນດີຈີຕອນອຸດສາຫະກຳ ແລະ ຍົກລະດັບຜ່ານໂຊລູຊັນທີ່ເປັນະວັດຕະກໍາສະເພາະ ເຊິ່ງແມ່ນກະແຈສຳຄັນໃນການຫັນເປັນອຸດສາຫະກຳດີຈີຕອນ.
# ຂ່າວ & ພາບ: ສະບາໄພ