ກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ກໍານົດການຄຸ້ມຄອງຂີ້ເຫຍື້ອຢູ່ສະຖານທີ່ບໍລິການສາທາລະນະສຸກ ໃນນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 29-31 ມີນາ 2021 ຢູ່ໂຮງແຮມແລນມາກ ໂດຍມີທ່ານ ບົວແກ້ວ ສຸວັນທອງ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ທ່ານນາງ Lkhasuren Oyuntogos ຜູ້ຕາງໜ້າອົງການອະນາໄມໂລກ ມີບັນດາຜູ້ຕາງໜ້າໂຮງໝໍທັງພາກລັດ ແລະ ເອກະຊົນ ພາຍໃນນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ ໄດ້ຮັບຟັງສະພາບລວມຂອງການຄຸ້ມຄອງຂີ້ເຫຍື້ອຢູ່ສະຖານທີ່ບໍລິການສາທາລະນະສຸກໃນ ສປປ ລາວ ນໍາສະເໜີຂໍ້ຕົກລົງການຄຸ້ມຄອງຂີ້ເຫຍື້ອຢູ່ສະຖານທີ່ບໍລິການສາທາລະນະສຸກ ນໍາສະເໜີກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ບັນດາມາດຕາທີ່ກ່ຽວຂ້ອງກັບສຸຂະພາບ ຄໍາ່ສັ່ງແນະນໍາຂອງລັດຖະມົນຕີກະຊວງສາທາລະນະສຸກ ເພື່ອຢຸດຕິການນໍາໃຊ້ອຸປະກອນທີ່ມີສ່ວນປະກອບຂອງບາຫຼອດ ນອກນີ້ ຍັງໄດ້ຮັບຊົມວີດີໂອການຄຸ້ມຄອງຂີ້ເຫຍື້ອພາຍໃນສະຖານທີ່ບໍລິການສາທາລະນະສຸກ ການຫຼຸດປະລິມານຂີ້ເຫຍື້ອ ແຍກ ທ້ອນໂຮມ ຂົນຍ້າຍພາຍໃນອາຄານ ທ້ອນໂຮມຊົ່ວຄາວ ແລະ ບໍາບັດກັບທີ່ຢູ່ພາຍໃນໂຮງໝໍ ຈາກອົງການອະນາໄມໂລກອີກດ້ວຍ.

ທ່ານ ບົວແກ້ວ ສຸວັນທອງ ໄດ້ລາຍງານການຄຸ້ມຄອງຂີ້ເຫຍື້ອຢູ່ສະຖານທີ່ບໍລິການສາທາລະນະສຸກວ່າ: ການກໍາຈັດຂີ້ເຫຍື້ອຢູ່ສະຖານທີ່ບໍລິການສາທາລະນະສຸກທີ່ບໍ່ຖືກຕ້ອງເໝາະສົມ ສາມາດກໍ່ໃຫ້ເກີດຜົນກະທົບບໍ່ດີຕໍ່ສຸຂະພາບ ແລະ ສະພາບເປັນຢູ່ຂອງແພດໝໍ ພະຍາບານ ຄົນເຈັບ ຜູ້ມາຢ້ຽມ ແລະ ຄົນທົ່ວໄປ ສິ່ງແວດລ້ອມອາດໄດ້ຮັບຜົນກະທົບທາງລົບ ຈາກການກໍາຈັດຂີ້ເຫຍື້ອຕິດເຊື້ອທີ່ບໍ່ມີການພິຈາລະນະໃຫ້ດີ ດັ່ງນັ້ນ ຄວາມສ່ຽງຄວນຖືກຫຼຸດຜ່ອນໃຫ້ໜ້ອຍລົງ ເພື່ອເຮັດໃຫ້ການເຮັດວຽກມີຄວາມປອດໄພ ແລະ ດໍາລົງຊີວິດຢູ່ໃນສິ່ງແວດລ້ອມທີ່ດີ.

# ຂ່າວ & ພາບ: ສີພອນ