ກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມໂດຍມີບັນດາຜູ້ຊ່ຽວຊານເຂົ້າຮ່ວມໃນການຮັບຮອງເອົາຂີດຄວາມສາມາດໃນການຜະດຸງຄັນ ໄດ້ຈັດຂຶ້ນວັນທີ 26 ມີນາ 2021 ທີ່ສູນກາງແນວລາວສ້າງຊາດ ມີ ທ່ານ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ທ່ານ ແສງມະນີ ຄຳບຸນເຮືອງ ຮອງກົມການສຶກສາສາທາລະນະສຸກ ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳລາວ ພ້ອມດ້ວຍຜູ້ຊ່ຽວຊານຈາກສະມາຄົມຜະດຸງຄັນລາວ ສະມາຄົມວິຊາຊີບປະສູດ ແລະ ພະຍາດຍິງ (OBGYN) ຜູ້ອຳນວຍການຈາກໂຮງໝໍສູນກາງ ແລະ ແຂວງ ຄູ່ຮ່ວມພັດທະນາອື່ນໆທີ່ສະໜັບສະໜູນວຽກງານຜະດຸງຄັນເຂົ້າຮ່ວມ.
ການຮັບຮອງເອົາຂີດຄວາມສາມາດ ແມ່ນມີຄວາມສຳຄັນສຳລັບລະບຽບການຜະດຸງຄັນ ເພື່ອໃຫ້ແພດ ແລະ ຜູ້ມີອຳນາດຕັດສິນໃຈ ຜູ້ອຳນວຍການທາງການແພດທຸກຄົນເຂົ້າໃຈເຖິງບົດບາດຂອງຜະດຸງຄັນ ແລະ ສ້າງສະພາບແວດລ້ອມໃນການເຮັດວຽກສຳລັບພວກເຂົາ ເພື່ອໃຫ້ແມ່ຍິງ ແລະ ຄອບຄົວສາມາດເຂົ້າເຖິງການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໄດ້ຢ່າງເຕັມທີ່ພາຍໃຕ້ຂອບເຂດຜະດຸງຄັນ ເອກະສານດັ່ງກ່າວ ຍັງຈະຖືກນຳໃຊ້ເປັນພື້ນຖານສຳລັບການປັບປຸງຫຼັກສູດ 3 ປີຂອງຜະດຸງຄັນ ເຊິ່ງຈະປະຕິບັດໃນປີນີ້.

ຜະດຸງຄັນ ທີ່ໄດ້ຮັບການສຶກສາ ແລະ ຄວບຄຸມຕາມມາດຕະຖານສາກົນ ສາມາດໃຫ້ການດູແລທີ່ຈຳເປັນສຳລັບແມ່ຍິງ ແລະ ເດັກເກີດໃໝ່ໄດ້ຫຼາຍກວ່າ 80% ໃນປີ 2020 Lancet ໄດ້ເຜີຍແຜ່ການຄົ້ນຄວ້າທີ່ສະແດງໃຫ້ເຫັນວ່າ ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ຜະດຸງຄັນ ຈະສາມາດປ້ອງກັນ ແລະ ຫຼຸດຜ່ອນອັດຕາການຕາຍຂອງແມ່ ເດັກນ້ອຍ ແລະ ເດັກເກີດໃໝ່ ການເພີ່ມການລົງທຶນໃນການຜະດຸງຄັນພຽງເລັກນ້ອຍ ສາມາດຫຼີກລ່ຽງການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ໄດ້ປະມານ 25 % ໃນຂະນະທີ່ມີການຄຸ້ມຄອງບໍລິການຜະດຸງຄັນທົ່ວໂລກໃນປີ 2030 ຫຼາຍກວ່າ 60% ສາມາດຫຼີກລ່ຽງການຕາຍຂອງເດັກເກີດໃໝ່ ແລະ ການເສຍຊີວິດຂອງແມ່ໄດ້.
# ຂ່າວ & ພາບ: ເພັດສະໝອນ