ວັນທີ 29-31 ມີນາ 2021 ກົມເອກະສານແຫ່ງຊາດ ກະຊວງພາຍໃນ ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍເອກະສານ ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍເອກະສານ ແລະ ສຳມະນາວຽກງານຄຸ້ມຄອງ ແລະ ສຳເນົາເອກະສານ ເປັນປະທານຂອງທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ມີທ່ານນາງ ທອງຈັນ ແກ້ວແສນຫອມ ຫົວໜ້າກົມເອກະສານແຫ່ງຊາດ ພ້ອມບັນດາຄະນະຫ້ອງການ ກົມ ສູນ ສະຖາບັນ ອົງການ ພະແນກພາຍໃນບັນດາແຂວງ ນະຄອນຫຼວງ ແລະ ຜູ້ຕາງຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຄຳມູນ ວິພົງໄຊ ກ່າວວ່າ:ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ເຫັນຄວາມສຳຄັນກ່ຽວກັບວຽກງານເອກະສານ ແລະ ເອົາໃຈໃສ່ຊີ້ນຳວຽກງານດັ່ງກ່າວ ເຊິ່ງໄດ້ປະກາດໃຊ້ນິຕິກຳຫຼາຍສະບັບກ່ຽວກັບວຽກງານເອກະສານ ແລະ ສຳເນົາເອກະສານ ໄດ້ອອກຄຳສັ່ງກ່ຽວກັບວຽກງານເອກະສານນັບແຕ່ປີ 1968 ເຖິງປີ 2000 ມີ 6 ສະບັບ ຂໍ້ກຳນົດກ່ຽວກັບໜ່ວຍງານເອກະສານຈຳນວນ 2 ສະບັບ ແລະ ບົດແນະນຳ 1 ສະບັບ ມາຮອດປີ 2015 ລັດຖະບານໄດ້ປະກາດໃຊ້ດຳລັດ ສະບັບເລກທີ 239/ລບ ລົງວັນທີ 13 ສິງຫາ 2015 ວ່າດ້ວຍເອກະສານທາງການ ຫຼັງຈາກນັ້ນ ລັດຖະມົນຕີກະຊວງພາຍໃນ ໄດ້ອອກຄຳ ແນະນຳກ່ຽວກັບການຈັດຕັ້ງປະຕິບັດດຳລັດເອກະສານທາງການ ສະບັບເລກທີ 02/ພນ ລົງວັນທີ 5 ເມ ສາ 2016 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເອກະສານ ແລະ ສຳເນົາເອກະສານ.


ຜ່ານການຈັດຕັ້ງປະຕິບັດນິຕິກຳດັ່ງກ່າວມາໄດ້ໄລຍະໜຶ່ງ ເຫັນວ່າ ໂດຍພາບລວມ ວຽກງານຄຸ້ມຄອງ ແລະ ສຳເນົາເອກະສານກໍໄດ້ຮັບການປັບປຸງໃຫ້ເຂົ້າສູ່ລະບຽບຫຼັກການເທື່ອລະກ້າວ ແລະ ມີຜົນສຳເລັດໂດຍພື້ນຖານ ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີຫຼາຍບັນຫາທີ່ຕ້ອງໄດ້ຮັບການປັບປຸງ ແລະ ກຳນົດເພີ່ມຕື່ມ ເພື່ອຮັບປະກັນການຄຸ້ມຄອງມະຫາພາກເຊັ່ນ: ຂອບເຂດການຄຸ້ມຄອງເອກະສານໃຫ້ກວມລວມທຸກຂົງເຂດ ປັບປຸງຮູບແບບເອກະສານໃຫ້ມີຄວາມຈະແຈ້ງຂຶ້ນ ແລະ ສອດຄ່ອງກັບການນຳໃຊ້ຕົວຈິງ ກຳນົດໄລຍະປົກປັກຮັກສາເອກະສານ ເພື່ອເປັນບ່ອນອີງໃນການເກັບຮັກສາ ຫຼືທຳລາຍເອກະສານທີ່ໝົດຄຸນຄ່າຂອງການຈັດຕັ້ງ ເຊິ່ງທີ່ຜ່ານມາ ຍັງມີຄວາມຫຍຸ້ງຍາກໃນການກຳນົດ ເພີ່ມທະວີບົດບາດການຄຸ້ມຄອງ ແລະ ກວດກາວຽກງານດັ່ງກ່າວ ຂອງບັນດາການຈັດຕັ້ງແຕ່ສູນກາງເຖິງທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ ແລະ ເປັນຮູບປະທຳ.
# ຂ່າວ & ພາບ: ຊິລິການດາ