ວັນທີ 29 ມີນາ 2021 ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີເຊັນສັນຍາສະໜອງທຶນ ລະຫວ່າງກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກ 11 ໂຄງການ ປະກອບມີ ພະແນກກະສິກໍາ-ປ່າໄມ້ ແຂວງໄຊຍະບູລີ (1 ໂຄງການ) ແລະ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ (1 ໂຄງການ) ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງເຟືອງ ແຂວງວຽງຈັນ (1 ໂຄງການ) ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ (1 ໂຄງການ) ແຂວງອັດຕະປື (1 ໂຄງການ) ແລະ ແຂວງຫຼວງນໍ້າທາ (2 ໂຄງການ) ກົມນິຕິກຳ (1ໂຄງການ) ກະຊວງຊັບພະຍາກອນທໍາມະຊາດ ແລະ ມະຫາວິທະຍາໄລແຫ່ງຊາດ (1 ໂຄງການ) ແລະ ກະຊວງປ້ອງກັນຄວາມສະຫງົບ (1 ໂຄງການ) ກະຊວງປ້ອງກັນປະເທດ (1 ໂຄງການ) ລວມທັງໝົດ 11 ໂຄງການ ລວມມູນຄ່າທັງໝົດ 7,9 ຕື້ກວ່າກີບ.

ການເຊັນສັນຍາໃນຄັ້ງນີ້ ໄດ້ມີຂຶ້ນລະຫວ່າງທ່ານ ນາງ ພັກກາວັນ ພິດສະໄໝ ວ່າການຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ຜູ້ຕາງໜ້າຈາກ 11 ໂຄງການ ເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ປອ ໄຊນະຄອນ ອິນທະວົງຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາຫົວໜ້າກົມ ແລະ ຮອງກົມ ຈາກ ກົມກອງທີ່ກ່ຽວຂ້ອງ.

# ຂ່າວ & ພາບ: ເພັດສະໝອນ