ຫົວເຫວີຍ ນໍາສະເໜີໂຊລູຊັ່ນວິທະຍາເຂດຊານສະຫຼາດທົ່ວໂລກ ແລະ ປັບປຸງໂຄງການຄູ່ຮ່ວມງານ

    ຫົວເຫວີຍ ນໍາສະເໜີໂຊລູ່ຊັ່ນວິທະຍາເຂດຊານສະຫຼາດທົ່ວໂລກ ແລະ ຮຽກຮ້ອງໃຫ້ບັນດາຄູ່ຮ່ວມງານໃນທົ່ວໂລກ ຢຶດເອົາໂອກາດທີ່ນຳໂດຍໄອຊີທີ ກຳລັງຂອງອຸດສາຫະກຳ ແລະ ຮ່ວມກັນສົ່ງເສີມການພັດທະນາອຸດສາຫະກຳພາຍໃນວິທະຍາເຂດທີ່ຊານສະຫຼາດ ໃນກອງປະຊຸມການຫັນປ່ຽນອຸດສາຫະກຳດີຈີຕອນ ປີ 2021 ວັນທີ 26 ມີນາ 2021 ຢູ່ເມືອງເຊິນເຈິ້ນ ສປ ຈີນ.

    ທ່ານ Pablo Cui ຮອງປະທານ ຜູ້ຊ່ຽວຊານດ້ານທຸລະກິດວິທະຍາເຂດຫົວເຫວີຍ ກ່າວວ່າ: ໂລກຊານສະຫຼາດທີ່ສາມາດເຊື່ອມຕໍ່ຫາກັນຢ່າງເຕັມຮູບແບບ ໃກ້ຈະມາເຖິງແລ້ວ ໂດຍມີວິທະຍາເຂດຕ່າງໆທີ່ເຮັດໜ້າທີ່ເປັນຫົວໜ່ວຍພື້ນຖານຂອງຕົວເມືອງ ຜູ້ໃຫ້ບໍລິການທັງການເຮັດວຽກ ແລະ ການໃຊ້ຊີວິດສັງຄົມທັງໝົດຂອງພວກເຮົາ ຈະໄດ້ຮັບການປັບປຸງໂດຍການປັບປຸງປະສິດທິຜົນ ແລະ ປະສົບການໃນວິທະຍາເຂດ ນັບແຕ່ປີ 2018 ຫົວເຫວີຍໄດ້ຈັດຕັ້ງປະຕິບັດການທົດລອງໂຊລູຊັ່ນຢູ່ໃນວິທະຍາເຂດຂອງຕົນ ປັດຈຸບັນ ບໍລິສັດໄດ້ມີການກໍ່ສ້າງວິທະຍາເຂດ 18 ແຫ່ງ ເນື້ອທີ່ 4,3 ລ້ານຕາແມັດ ຜົນໄດ້ຮັບທີ່ໜ້າສົນໃຈ ແມ່ນປະສິດທິຜົນຂອງການຮ່ວມມືໃນຫ້ອງການ ແລະ ການບໍລິການດ້ານການບໍລິຫານເພີ່ມຂຶ້ນ 30% ພ້ອມທັງການໃຊ້ພະລັງງານຫຼຸດລົງ 10% ໂດຍການນຳໃຊ້ປະສົບການທີ່ໄດ້ຮັບໃນວິທະຍາເຂດດີຈີຕອນ ແລະ ການບູລະນະໄອຊີທີໃໝ່ ຫົວເຫວີຍໄດ້ພັດທະນາໂຊລູ່ຊັ່ນວິທະຍາເຂດ ຜ່ານການເຊື່ອມຕໍ່ທີ່ເຜີຍແຜ່ ແລະ ແລກປ່ຽນຂໍ້ມູນເຊິ່ງເປັນປະໂຫຍດແກ່ທຸກພາກສ່ວນທີ່ກ່ຽວຂ້ອງ ຜົນປະໂຫຍດທີ່ໄດ້ຮັບ ແມ່ນການດໍາເນີນງານທີ່ມີປະສິດທິຜົນ ແລະ ການບໍລິການທີ່ມີຄຸນຄ່າ.

    ດ້ວຍການພັດທະນາທີ່ໄວວາຂອງໄອຊີທີ ຄລາວ AI ຄອມພິວເຕີ ແລະ ແອັບທີ່ນຳໃຊ້ໃນອຸດສາຫະກຳ ໄດ້ຖືກຮວບຮວມເຂົ້າກັບຄວາມຮູ້ຂອງອຸດສາຫະກຳ ເພື່ອສ້າງໂອກາດທີ່ບໍ່ເຄີຍມີມາກ່ອນສຳລັບວິທະຍາເຂດທີ່ສະຫຼາດ ຫົວໃຈຫຼັກຂອງວິທະຍາເຂດຊານສະຫຼາດແມ່ນການຫັນເປັນດີຈີຕອນຂອງອາຄານ ແລະ ວິທະຍາເຂດ ເຊິ່ງເປັນຕົວແທນໃຫ້ອຸດສາຫະກຳທີ່ອີງໃສ່ລະບົບນິເວດທຳມະດາ ເມື່ອຕ້ອງປະເຊີນ​​ໜ້າກັບຕະຫຼາດຂະໜາດໃຫຍ່ ຫົວເຫວີຍຢຶດໝັ້ນຂອບເຂດການໃຫ້ບໍລິການ ມຸ່ງໝັ້ນທີ່ຈະພັດທະນາເສດຖະກິດດີຈີຕອນ ແລະ ສຸມໃສ່ການສ້າງເວທີໂຄງລ່າງພື້ນຖານດ້ານໄອຊີທີ ທີ່ມີການເຮັດວຽກຮ່ວມກັນໃນເຄືອຂ່າຍ ຄລາວ ແລະ ອຸປະກອນທີ່ທັນສະໄໝ ຄວາມສາມາດ ແລະ ແນວທາງປະຕິບັດທີ່ດີທີ່ສຸດຂອງບໍລິສັດ ແມ່ນເປີດກວ້າງໃຫ້ຄູ່ຮ່ວມງານ ແລະ ປົກຄຸມເຖິງການເຊື່ອມຕໍ່ ການປະມວນຜົນແບບຄລາວ ຂໍ້ມູນໃຫຍ່ AI IoT ແລະ ການພັດທະນາຊອບແວ ການຮ່ວມມືໄລຍະຍາວມີມູນຄ່າ ບໍລິສັດນໍາເອົາປະສົບການດ້ານອຸດສາຫະກຳ ແລະ ການເຮັດວຽກຮ່ວມກັບຄູ່ຮ່ວມງານເພື່ອພັດທະນາໂຊລູຊັ່ນທີ່ມີນະວັດຕະກຳ ແລະ ຊ່ວຍໃຫ້ການຫັນເປັນດີຈີຕອນຂອງວິທະຍາເຂດຕ່າງໆທົ່ວຂະແໜງອຸດສາຫະກຳ.

                # ຂ່າວ & ພາບ: ສະບາໄພ

error: Content is protected !!