ວັນທີ 26 ມີນາ 2021 ສະຫະພັນກໍາມະບານກະຊວງພາຍໃນ ຈັດພິທີປາຖະກະຖາມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານລາວ ຄົບຮອບ 65 ປີ (1/2/1956- 1/2/2021) ແລະ ເຜີຍແຜ່ເນື້ອໃນຈິດໃຈຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ເເທນກໍາມະບານລາວທົ່ວປະເທດ ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີເລຂາໜ່ວຍພັກ ຄະນະໜ່ວຍກໍາມະບານຮາກຖານ ແລະ ສະມາຊິກກໍາມະບານຮາກຖານໜ່ວຍຫ້ອງການ ບັນດາກົມ ສະຖາບັນ ແລະ ສູນ ລວມແລ້ວມີຜູ້ເຂົ້າຮ່ວມທັງໝົດ 300 ຄົນ.

ສໍາລັບບັນດາເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້ ປະກອບມີ ເອກະສານມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານລາວ ຄົບຮອບ 65 ປີ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຜູ້ແທນກໍາມະບານລາວທົ່ວປະເທດ ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຂໍ້ຕົກລົງຂອງສູນກາງສະຫະພັນກໍາມະບານລາວ ສະບັບເລກທີ 111/ສກລ ລົງວັນທີ 2 ກຸມພາ 2021 ກົດລະບຽບຂອງສະຫະພັນກໍາມະບານລາວ ສະໄໝທີ VIII ແລະ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກໍາມະບານ 5 ປີ ຄັ້ງທີ III (2015-2020) ແລະ ແຜນພັດທະນາວຽກງານກໍາມະບານ 5 ປີ ຄັ້ງທີ IV (2021-2025) ເພື່ອໃຫ້ສະມາຊິກກໍາມະບານພາຍໃນທົ່ວກະຊວງຮັບຮູ້ເຂົ້າໃຈ ກໍາແໜ້ນໄດ້ມູນເຊື້ອວັນສໍາຄັນຕ່າງໆ ແລະ ຜັນຂະຫຍາຍເປັນແຜນການ ໂຄງການລະອຽດຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ ເປັນບ່ອນອີງໃນການສ້າງຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໃຫ້ປາກົດຜົນເປັນຈິງ.

# ຂ່າວ & ພາບ: ຂັນທະວີ