ຍ້ອນແຮງບັນດານໃຈຈາກຄອບຄົວ ຈຶ່ງເຮັດໃຫ້ການດຳເນີນທຸລະກິດປະສົບຜົນສຳເລັດ

      ສະຫາຍ ເພັດສະໝອນ ​ຊົງວິໄລ ຄະນະ​ບໍລິຫານ​ງານ​ຊາວໜຸ່ມປະຊາຊົນ​ປະຕິວັດລາວ ເມືອງສີໂຄດຕະບອງ ຮອງປະທານສະມາຄົມນັກທຸລະກິດໜຸ່ມ ເມືອງສີໂຄດຕະບອງ ປະທານບໍລິສັດ SIVILLINE ອອກແບບ ແລະ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ເປັນໜຶ່ງ ຄອບຄົວຕົວແບບຊາວໜຸ່ມດີເດັ່ນ ທີ່​ໄດ້​ຮັບ​ຄັດ​ເລືອກ​ຈາກ​ການຈັດຕັ້ງ​ ​ໃຫ້ຄອບຄົວ​ຕົວ​ແບບ​ຂຶ້ນ­ລາ​ຍງານ​ການ​ພັດທະນາ​ເສດຖະກິດ​ ຕິດ​ພັນ​ກັບ​ການ​ສ້າງ​ຄອບຄົວ​ຕົວ​ແບບ​ດ້ານ​ການເຮັດທຸລະກິດບໍລິສັດ ຊີວິລາຍອອກແບບ ແລະ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຕໍ່ກອງ​ປະຊຸມ​ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມເມືອງ​ສີ​ໂຄດ​ຕະບອງ ປະຈຳ​ປີ 2020 ເຊິ່ງຈັດຂຶ້ນວັນທີ 24 ມີນາ 2021 ຢູ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ສີສຸດາ ເພັງພົງສະຫວັດ ເລຂາຄະນະບໍລິຫານ ງານຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ເມືອງສີໂຄດຕະບອງ.

   ສະຫາຍ ເພັດສະໝອນ ​ຊົງວິໄລ ໄດ້ກ່າວວ່າ: ຂ້າພະ​ເຈົ້າ​ໄດ້ລິ​ເລີ່​ມເຮັດທຸລະກິດ ບໍລິສັດ ຊີວິລາຍອອກແບບ ແລະ ກໍ່ສ້າງ ແມ່ນເນື່ອງຈາກວ່າຂ້າພະເຈົ້າໄດ້ຮັບແຮງບັນດານໃຈມາຈາກຜູ້ເປັນພໍ່ຂອງຂ້າພະເຈົ້າເອງ ໂດຍເລີ່ມຕັ້ງແຕ່ຄາວຍັງນ້ອຍ ຄອບຄົວຂອງຂ້າພະເຈົ້າແມ່ນຄອບຄົວທຸກຫຍາກ ອາໄສຢູ່ຫ້ອງເຊົ່າ ໂດຍມີພໍ່ເປັນເສົາຫຼັກຂອງຄອບຄົວ ຂ້າພະເຈົ້າໄດ້ເຫັນເພິ່ນເຮັດວຽກເປັນວິຊາການຢູ່ບໍລິສັດກໍ່ສ້າງ ເຊິ່ງວຽກຂອງເພິ່ນໜັກຫຼາຍ ໄດ້ເຮັດວຽກທັງເວັນທັງຄືນຈົນເກືອບບໍ່ມີເວລາພັກຜ່ອນ ແຕ່ເພິ່ນກໍຕັ້ງໃຈ ມີຄວາມຫ້າວຫັນ ແລະ ມານະອົດທົນເພື່ອຫາລ້ຽງຄອບຄົວ ໂດຍນຳໃຊ້ວິຊາອາຊີບທີ່ຕົນຮ່ຳຮຽນມາ ເນື່ອງຈາກຢາກໃຫ້ໄດ້ຄອບຄົວຢູ່ຢ່າງມີຄວາມສຸກ ແລະ ພັດທະນາຊິວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ ດ້ວຍຄວາມຕັ້ງໃຈ ຍ້ອນແນວນັ້ນ ເມື່ອສຳເລັດການສຶກສາຊັ້ນມັດທະຍົມຕອນປາຍ ຂ້າພະເຈົ້າກໍບໍ່ລັງເລໃຈທີ່ຈະເຂົ້າສຶກສາຕໍ່ຂະແໜງສະຖາປັດຕະຍາກຳ ເພື່ອສານຝັນຂອງພໍ່ຂ້າພະເຈົ້າໃຫ້ໄດ້ໄກກວ່າ ດ້ວຍການສຶກສາວຽກງານຕົວຈິງຈາກຈາກພໍ່ທີ່ເພິ່ນໄດ້ຮັບວຽກນອກໂມງການຂອງເພິ່ນ ໃນຕອນຄາວທີ່ຂ້າພະເຈົ້າຍັງຮຽນມະຫາວິທະຍາໄລ ຂ້າພະເຈົ້າກໍໄດ້ມີການຊອກຫາປະສົບການໂດຍການເຮັດວຽກ ແລະ ຮຽນໄປພ້ອມໆກັນ ເພື່ອທີ່ຈະໄດ້ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດຂຶ້ນ ຍ້ອນປະສົບການ ແລະ ຄຳແນະນຳຕ່າງໆທີ່ໄດ້ສະສົມມາ ຈຶ່ງເຮັດໃຫ້ຂ້າພະເຈົ້າມີຄວາມຄິດລິເລີ່ມທີ່ຢາກຈະສ້າງຕັ້ງບໍລິສັດ ຊີວິລາຍອອກແບບ ໃນປີ 2017 ແລະ ໄດ້ນໍາໃຊ້ປະສົບການທີ່ໄດ້ຈາກເພິ່ນ ແລະ ສະຖາບັນສຶກສາ ຈົນສາມາດເລີ່ມກໍ່ຕັ້ງທີມງານນ້ອຍໆ ເຊິ່ງໄລຍະນັ້ນມີພະນັກງານພຽງ 2 ຄົນ ເປັນບໍລິສັດທີ່ຮັບອອກແບບ ຫຼັງຈາກທີ່ຮຽນຈົບ ຂ້າພະເຈົ້າກໍໂຊກດີທີ່ມີທີ່ປຶກສາສ່ວນຕົວ ກໍຄືພໍ່ຂອງຂ້າພະເຈົ້າເອງ ໂຄງການທຳອິດທີ່ຂ້າພະເຈົ້າໄດ້ຮັບກໍແມ່ນມາຈາກການແນະນຳການເຮັດວຽກຈາກພໍ່ຂ້າພະເຈົ້າເອງຢ່າງໃກ້ຊິດ ເຊິ່ງມັນໄດ້ກາຍເປັນຈຸດເລີ່ມຕົ້ນທີ່ສຳຄັນ ແລະ ສ້າງບົດຮຽນອັນໃຫຍ່ຫຼວງໃຫ້ແກ່ຂ້າພະເຈົ້າ.

   ປັດຈຸບັນ ບໍລິສັດ ຊີວິລາຍ ແມ່ນມີພະນັກງານອອກແບບ ວິຊາການ ແລະ ທີ່ປຶກສາທີ່ມີຄວາມຮູ້ ຄວາມສາມາດດ້ານອອກແບບທັງຄົນລາວ ແລະ ຄົນຕ່າງປະເທດ ພ້ອມກັນນັ້ນ ຍັງມີນ້ອງໆທີ່ມີປະສົບປະການ ແລະ ທັງຈົບໃໝ່ມາເຮັດວຽກຮ່ວມກັນ ມີການປະກອບແນວຄວາມຄິດ ແລະ ແລກປ່ຽນຄວາມຄິດເຫັນ ຮຽນຮູ້ໄປພ້ອມກັນ ຍ້ອນຄວາມສາມັກຄີ ແລະ ຮັກແພງປອງດອງກັນ ຈຶ່ງເຮັດໃຫ້ວຽກງານຕ່າງໆປະສົບຜົນສຳເລັດທັນເວລາ ແລະ ເຮັດໃຫ້ບໍລິສັດມີການຮັບວຽກຫຼາຍຂື້ນ ບວກກັນກັບຄວາມເອົາໃຈໃສ່ຕໍ່ລູກຄ້າຂອງທາງບໍລິສັດເຮົາ ຈຶ່ງເຮັດໃຫ້ມີການແນະນຳກັນປາກຕໍ່ປາກ ຈຶ່ງເຮັດໃຫ້ທາງບໍລິສັດເຮົາມີຜົນງານເພີ່ມຂື້ນເລື້ອຍໆ.

   ນອກຈາກນີ້ ທາງບໍລິສັດເຮົາກໍຍັງເຫັນເຖິງຄວາມສຳຄັນໃນການພັດທະນາຄົນຮຸ່ນໃໝ່ ໂດຍສະເພາະນ້ອງໆທີ່ຍັງສຶກສາຮ່ຳຮຽນ ແລະ ກຳລັງຈະຈົບ ທາງບໍລິສັດພວກເຮົາຈຶ່ງໄດ້ເປີດໂອກາດໃຫ້ນ້ອງໆທີ່ມີຄວາມສົນໃຈທີ່ຢາກຈະມາຫາປະສົບການລອງເຮັດວຽກໂຕຈິງ ຫຼື ເຝິກງານເພື່ອສ້າງຄວາມເຂົ້າໃຈໃຫ້ຕົນເອງເພີ່ມຂຶ້ນ ເຖິງແມ່ນວ່າບໍລິສັດເຮົາຈະເປັນບໍລິສັດທີ່ຍັງໜຸ່ມນ້ອຍ ແຕ່ພວກເຮົາກໍມີຄວາມຕັ້ງໃຈທີ່ຢາກຈະສ້າງຜົນງານໃຫ້ມີຄວາມພົ້ນເດັ່ນ ແລະ ເປັນຜົນງານຂອງຄົນລາວໃຫ້ໄດ້ອອກມາເປັນທີ່ປະຈັກຕາ ແລະ ເປັນຄວາມພາກພູມໃຈຂອງຊາດນຳອີກ. 

    ຍ້ອນ​ມີ​ແນວທາງຂອງພັກ-ລັດ ທີ່ວ່າກຸ້ມຕົນເອງ ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອ​ເຮັດ​ໃຫ້​ຫຼຸດພົ້ນຈາກຄວາມທຸກຍາກ ທັງເປັນການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ ໃນດ້ານສ້າງວິຊາຊີບ ວຽກເຮັດງານທຳ ເພື່ອເປັນຕົວ​ແບບ​ໃນ​ການ​ສ້າງ​ບຸຄະລາກອນໄວໝຸ່ມທີ່ມີຄວາມຮູ້ຄວາມສາມາດ.

​                              # ຂ່າວ & ພາບ: ຊິລິການດາ

error: Content is protected !!