ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການປະທານປະເທດຜູ້ເກົ່າ ແລະ ໃໝ່

      ພິທີມອບ-ຮັບ ໜ້າທີ່ຫົວໜ້າຫ້ອງວ່າການປະທານປະເທດ ລະຫວ່າງທ່ານ ຄຳເມິງ ພົງທະດີ ຫົວໜ້າຫ້ອງວ່າການປະທານປະເທດຜູ້ເກົ່າ ແລະ ທ່ານນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການປະທານປະທດຜູ້ໃໝ່ ຈັດຂຶ້ນເມື່ອວັນທີ 25 ມີນາ 2021 ທີ່ຫ້ອງວ່າການປະທານປະເທດ ເປັນກຽດເຂົ້າຮ່ວມຂອງສະທ່ານນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ມີສະມາຊິກພັກ ພະນັກງານ-ລັດຖະກອນເຂົ້າເຂົ້າຮ່ວມ.

    ໃນພິທີທ່ານ ດວງຕາ ຈູມພາວັນ ຫົວໜ້າຫ້ອງການຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການອອກພັກການຮັບອູດໜູນບຳນານ ແລະ ລັດຖະດຳລັດຂອງປະທານປະເທດ  ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງວ່າການປະທານປະເທດຜູ້ໃໝ່ ໂດຍໄດ້ແຕ່ງຕັ້ງທ່ານນາງ ເຂັມມະນີ ພົນເສນາ  ເປັນຫົວໜ້າຫ້ອງວ່າການປະທານປະທດຜູ້ໃໝ່ ເນື່ອງຈາກວ່າທ່ານ ຄຳເມິງ ພົງທະດີ ຫົວໜ້າຫ້ອງວ່າການນປະທານປະເທດຜູ້ເກົ່າ ອອກພັກການຮັບອູດໜູນບຳນານ.

    ໂອກາດນີ້ ໄດ້ຮັບຟັງການໂອ້ລົມຂອງທ່ານນາງ ສີໃສ ລືເດດມູນສອນ ເຊິ່ງທ່ານໄດ້ເນັ້ນບາງຕອນວ່າ: ຍົກສູງ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກ ຄະນະພັກ ໃຫ້ມີຄວາມໜັກແໜ້ນ ມີຄວາມເປັນເອກະພາບສູງ ສືບຕໍ່ເປັນຫຼັກແຫຼ່ງ ເປັນຄັນທຸງ ແລະ ເປັນແກນນໍາໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ-ສະມາຊິກພັກ ເອົາໃຈໃສ່ປະຕິບັດຫຼັກການນໍາພາຂອງພັກຢ່າງເຂັ້ມງວດ ມີລະບອບປະຊຸມປຶກສາຫາລືເປັນເອກະພາບພາຍໃນຄະນະພັກ ກໍຄືຄະນະນໍາທຸກຂັ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນນັບມື້ໄດ້ຮັບການປັບປຸງດີຂຶ້ນ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດຕໍ່ພະນັກງານ-ສະມາຊິກພັກ ໃຫ້ມີທັດສະນະການເມືອງໜັກແໜ້ນ ມີຄວາມຈົງຮັກພັກດີຕໍ່ພັກ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ພ້ອມທັງເຊີດຊູຄວາມເປັນແບບຢ່າງຂອງສະມາຊິກພັກ-ພະນັກງານ ໃນການດໍາລົງຊີວິດທີ່ປອດໃສ ປະຢັດ ຕ້ານການຟູມເຟືອຍ ສືບຕໍ່ເປັນເສນາທິການທີ່ດີໃຫ້ແກ່ທ່ານປະທານ ສືບຕໍ່ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກຫ້ອງວ່າການປະທານປະເທດ ໃຫ້ຮັບປະກັນຕາມຄຳສັ່ງເລກທີ 04 ຂອງຄະນະເລຂາທິການສູນກາງພັກ ຜ່ານມາ ບັນດາສະຫາຍກໍໄດ້ກະກຽມເປັນພື້ນຖານແລ້ວ ສະຫາຍທີ່ຮັບໜ້າທີ່ໃໝ່ພ້ອມກັບໝູ່ຄະນະ ຈະໄດ້ສຶບຕໍ່ຊີ້ນຳ-ນຳພາໃຫ້ແຂງແຮງກວ່າເກົ່າ ເອົາໃຈໃສ່ເຝົ້າລະວັງ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງລະບາດຢູ່ທົ່ວໂລກ ຍົກສູງສະຕິລະວັງຕົວ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ພັກ-ລັດຖະບານ ກໍຄືຄະນະສະເພາະກິດວາງອອກແຕ່ລະໄລຍະ ເນື່ອງຈາກວ່າປັດຈຸບັນໄດ້ມີການເຄື່ອນຍ້າຍແຮງງານ ແລະ ການແລກປ່ຽນຊື້-ຂາຍສິນຄ້ານຳກັນເປັນຈໍານວນຫຼາຍ ແລະ ອື່ນໆ.

​                              # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!