​ມອບ-ຮັບໜ້າທີ່ເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ເກົ່າ-ຜູ້ໃໝ່

    ພິທີມອບ-ຮັບໜ້າທີ່ ລະຫວ່າງສະຫາຍ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ເກົ່າ ແລະ ສະຫາຍ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ໃໝ່ ຈັດຂຶ້ນວັນທີ 25 ມີນາ 2021 ທີ່ກະຊວງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ພ້ອມດ້ວຍຄະນະປະຈໍາພັກ ຄະນະບໍລິຫານງານພັກກະຊວງ ຄະນະໜ່ວຍພັກ ກົມ ພະແນກ ສະຖາບັນ ບໍລິສັດ ແລະ ພະນັກງານກ່ຽວຂ້ອງ.

    ການມອບຮັບ-ໜ້າທີ່ຄັ້ງນີ້ ແມ່ນອີງຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ ອີງຕາມການຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກຄັ້ງວັນທີ 24-25 ກຸມພາ 2021 ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI ຄັ້ງວັນທີ 1-3 ມີນາ 2021 ແລະ ອີງຕາມໜັງສືສະເໜີຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 87/ຄຈສພ ລົງວັນທີ 23 ມີນາ 2021 ກົມການເມືອງສູນກາງພັກ ອອກຄໍາສັ່ງຍົກຍ້າຍ ສະຫາຍ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄປຮັບໜ້າທີ່ຢູ່ຫ້ອງວ່າການສໍານັກງານປະທານປະເທດ ແລະ ຍົກຍ້າຍສະຫາຍ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມາຮັບໜ້າທີ່ເປັນເລຂາຄະນະພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ໃໝ່.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!