​ໄຂການແຂ່ງຂັນກີລາທົ່ວ ນວ ຄັ້ງທີ 1 ທີ່ເມືອງປາກງື່ມ

    ງານແຂ່ງຂັນຂັນກີລາ 9 ຕົວເມືອງ ທົ່ວນະຄອນຫຼວງວຽງຈັນ (ນວ) ຄັ້ງທີ I ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ມີນາ 2021 ຢູ່ສະໜາມກີລາປົກຄອງເມືອງປາກງື່ມ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ມີບັນດາທ່ານເຈົ້າເມືອງ ຮອງເຈົ້າເມືອງ ຫົວໜ້າພະແນກການອ້ອມຂ້າງ ອົງການທຽບເທົ່າຂັ້ນ ນວ ບັນດາຄະນະຮັບຜິດຊອບ ຄູເຝິກ ນັກກີລາ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

    ໂອກາດນີ້ ທ່ານ ສົມພອນ ສອນດາລາ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ຂອງພັກ ໂດຍສະເພາະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ທັງເປັນການຄັດເລືອກເອົານັກກີລາທີ່ມີຄວາມສາມາດ ມີພອນສະຫວັນດີເດັ່ນ ເປັນຕົວແທນຂອງທີມ ນວ ເຂົ້າຮ່ວມງານແຂ່ງຂັນລະດັບຊາດ ໂດຍສະເພາະງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແລະ ງານມະຫະກໍາກີລານັກຮຽນສາມັນສຶກສາທົ່ວປະເທດ ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນປີ 2022 ແນວໃດກໍຕາມ ຂໍຮຽກຮ້ອງມາຍັງບັນດາຄະນະຮັບຜິດຊອບຈັດງານແຂ່ງຂັນ ລວມໄປເຖິງຄະນະກໍາມະການ ຄູເຝິກ ແລະ ນັກກີລາ ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບສູງ ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ໃຫ້ມີຄວາມສະຫງົບປອດໄພ ຫຼິ້ນກີລາດ້ວຍນໍ້າໃຈມິດຕະພາບ ຄວາມສາມັກຄີກົມກຽວ ຮູ້ແພ້ ຮູ້ຊະນະ ແລະ ຮູ້ໃຫ້ອະໄພເຊິ່ງກັນແລະກັນ.

    ທ່ານ ຄໍາໝູນ ຕຽງທະລາດ ກ່າວວ່າ: ໃນເຫດການທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້ ຂ້າພະເຈົ້າ ຕາງໜ້າໃຫ້ຊາວເມືອງປາກງື່ມ ຂໍສະແດງຄວາມຊົມເຊີຍ ແລະ ຮຸ້ບຸນຄຸນອັນລົ້ນເຫຼືອມາຍັງການນໍາພັກ-ລັດຂັ້ນເທິງ ກໍຄືຂັ້ນ ນວ ແລະ ຄະນະກໍາມະການຮັບຜິດຊອບຈັດງານແຂ່ງຂັນກີລາມວນຊົນທົ່ວ ນວ ຄັ້ງທີ I ທີ່ມອບໝາຍໃຫ້ຊາວເມືອງປາກງື່ມເປັນເຈົ້າພາບ ແລະ ທັງເປັນການສ້າງກາລະໂອກາດໃຫ້ເມືອງສ້າງພື້ນຖານໂຄງລ່າງຮັບຮອງການແຂ່ງຂັນກີລາ 5 ປະເພດ ເປັນໂອກາດທີ່ໄດ້ພົບປະການນໍາຂັ້ນເທິງ ກັບບັນດາເມືອງຕ່າງໆ ມາສໍາພັດກັບບັນຍາກາດຂອງເມືອງປາກງື່ມ ເປັນໂອກາດນັດພົບທັບນັກກີລາທົ່ວ ນວ ໄດ້ມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງເປັນການສ້າງຄວາມສາມັກຄີໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ທັງເປັນການປຸກລະດົມທຸກຊັ້ນຄົນ ໃຫ້ຫັນມາອອກກໍາລັງກາຍ ເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ ແລະ ກາຍເປັນຂອງມວນຊົນ ເພື່ອກະກຽມຄັດເລືອກເອົາຄູເຝິກ ກໍາມະການຕັດສິນ ແລະ ນັກກີລາ ໃນການເປັນເຈົ້າພາບຈັດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII ທີ່ ນວ ເປັນເຈົ້າພາບ ໃນປີ 2023.

    ການແຂ່ງຂັນຄັ້ງນີ້ ແບ່ງອອກເປັນ 2 ຮຸ່ນ ຄື: ຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ລວມທັງໝົດ 44 ລາຍການ ຊີງຫຼຽນ 158 ຫຼຽນຄໍາ 158 ຫຼຽນເງິນ ແລະ 158 ຫຼຽນທອງ ລວມ 474 ຫຼຽນ ເຊິ່ງຮຸ່ນເຍົາວະຊົນ ປະກອບມີ 5 ປະເພດ ຄື: ບານເຕະ ບານສົ່ງໃນຮົ່ມ ເປຕັງ ກະຕໍ້ ແລະ ແລ່ນ-ລານ ສ່ວນຮຸ່ນທົ່ວໄປ ມີ 3 ປະເພດ ຄື: ບານເຕະ ເປຕັງ ແລະ ແລ່ນ-ລານ  ການແຂ່ງຂັນຄັ້ງນີ້ ຈະດໍາເນີນໄປຈົນເຖິງວັນທີ 31 ມີນາ 2021 ຢູ່ສະໜາມກີລາປົກຄອງເມືອງປາກງື່ມ.

​ # ຂ່າວ & ພາບ: ສີພອນ

error: Content is protected !!