ເພື່ອເຮັດໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ ກ່ຽວກັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (22.3.1955-22.3.2021) ແລະ ວັນຜູ້ເສຍອົງຄະ ເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ (21 ມີນາ 1946-21 ມີນາ 2021) ດັ່ງນັ້ນ ເມືອງນາຊາຍທອງໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອຂອງສອງວັນດັ່ງກ່າວຂຶ້ນໃນວັນທີ 24 ມີນາ 2021 ທີ່ສະໂມສອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ພ້ອມດ້ວຍຄະນະພັກ ຄະນະປະຈໍາ ຫ້ອງການອ້ອມຂ້າງ ເລຂາພັກບ້ານ ນາຍບ້ານ ແລະ ກຸ່ມ ປກສ-ປກຊ ເຂົ້າຮ່ວມ.


ໃນໂອກາດດັ່ງກ່າວ ໃຫ້ກຽດປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ໂດຍທ່ານ ຄໍາພັນ ບຸນຈິ່ງມີໄຊ ອະດີດກໍາມະການພັກນະຄອນຫຼວງວຽງຈັນ ອະດີດເລຂາພັກເມືອງ-ເຈົ້າເມືອງນາຊາຍທອງ ເຊິ່ງທ່ານໄດ້ຍົກໃຫ້ເຖິງການກໍາເນີດພັກປະຊາຊົນປະຕິວັດລາວ ຜົນສໍາເລັດແຫ່ງການຊີ້ນໍານໍາພາພັກຂອງພັກປະຊາຊົນປະຕິວັດລາວໃນແຕ່ໄລຍະ ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ເຂົ້າໃນການພັດທະນາປະເທດຊາດ ໃນໂອກາດດຽວກັນນັ້ນ ທ່ານ ພັນເອກ ແຕ່ງສຸເຮືອງ ແກ້ວບຸນລາ ຄະນະບໍລິຫານງານສະຫະພັນນັກຮົບເກົ່າ ປະທານສະຫະພັນນັກຮົບເກົ່າເມືອງນາຊາຍທອງ ຍັງໄດ້ເລົ່າມູນເຊື້ອວັນຜູ້ເສຍອົງຄະ ແລະ ເສຍຊີວິດເພື່ອປະເທດຊາດ ໂດຍໄດ້ຍົກໃຫ້ເຫັນເຖິງສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງໜ່ວຍພັກເມືອງທ່າແຂກ ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ຄວາມໝາຍຄວາມສໍາຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແລະ ເສີມຂະຫຍາຍມູນເຊື້ອ 21 ມີນາ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນໃຫ້ປາກົດຜົນເປັນຈິງ ທັງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ໄດ້ຖອດຖອນຮໍ່າຮຽນເອົາບົດຮຽນອັນລໍ້າຄ່ານີ້ ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຕົວຈິງ ເພື່ອປັບປຸງຊິວິດການເປັນຢູ່ ຄອບຄົວ ບ້ານ ເມືອງ ແລະ ປະເທດຊາດໃຫ້ດີຂຶ້ນ.
# ຂ່າວ & ພາບ: ວຽງມາ