ຊຸດເຝິກອົບຮົມການນໍາໃຊ້ຖານລະບົບເກັບກໍາຂໍ້ມູນສະຖິຕິແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ໃຫ້ແກ່ພະນັກງານ ຮສສ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 24-25 ມີນາ 2021 ທີ່ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ເປັນປະທານຂອງທ່ານ ນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກ ຮສສ ນວ ມີທ່ານ ສຸດທະນູ ບຸດພົມວິຫານ ຫົວໜ້າພະແນກສະຖິຕິກະຊວງ ຮສສ ວິທະຍາກອນຈາກກະຊວງ ຮສສ ແລະ ສໍາມະນາກອນ 52 ຄົນທີ່ມາຈາກພະແນກ ຮສສ ແລະ ຫ້ອງການ ຮສສ 9 ຕົວເມືອງເຂົ້າຮ່ວມ.

ທ່ານ ນາງ ລໍາພອຍ ສີອັກຄະຈັນ ກ່າວວ່າ: ວຽກງານສະຖິຕິເປັນວຽກງານໜຶ່ງທີ່ສໍາຄັນນອນໃນທຸກຂົງເຂດວຽກງານ ເພາະເປັນຖານຂໍ້ມູນໃຫ້ແກ່ການເກັບກໍາການຈັດຕັ້ງປະຕິບັດວຽກງານ ເພື່ອນໍາໄປເປັນຂໍ້ມູນໃນການລາຍງານ ການຂຶ້ນແຜນ ແລະ ການວາງແຜນວຽກງານໄລຍະສັ້ນ ແລະ ໄລຍະຍາວ ເຊິ່ງການຈັດເຝິກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ພະນັກງານວິຊາການທີ່ເຮັດວຽກງານສະຖິຕິ ມີຄວາມຮູ້ ຄວາມສາມາດຂຶ້ນຕື່ມ ໃນການເກັບກໍາ ປ້ອນຂໍ້ມູນເຂົ້າໃສ່ລະບົບຖານຂໍ້ມູນ ຮສສ ຕາມແບບຟອມ ແລະ ຕົວຊີ້ວັດໃນຖານລະບົົບຂໍ້ມູນໂປຣແກຣມທີ່ກໍານົດໄວ້ໃຫ້ຖືກຕ້ອງ ຊັດເຈນ ເພື່ອເປັນຂໍ້ມູນສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ຮສສ ໃນການລາຍງານການວາງແຜນງານໃນໄລຍະສັ້ນ ແລະ ໄລຍະຍາວ.

#ຂ່າວ & ພາບ: ຂັນທະວີ