ສສຊ ປະກອບຄໍາເຫັນໃສ່ຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ

    ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 23 ມີນາ 2021 ທີ່ສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄໍາເຫັນຢ່າງກົງໄປກົງມາ ໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ການຈັດຕັ້ງແຜນງົບປະມານແຫ່ງລັດ 5 ປີ (2016-2020) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແຜນງົບປະມານແຫ່ງລັດ 5 ປີ (2021-2025) ໂດຍສະເພາະ ການປະຕິຮູູບວຽກງານການສຶກສາ ຍົກສູງການລົງທຶນຂອງລັດໃຫ້ເຂັ້ມແຂງ ໂດຍສຸມໃສ່ການປັບປຸງພື້ນຖານໂຄງລ່າງ ອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນ ເພື່ອແກ້ໄຂຄວາມທຸກຍາກ ການຊຸກຍູ້ສົ່ງເສີມການຜະລິດກະສິກໍາ ສ້າງຕາໜ່າງການເຊື່ອມໂຍງດ້ານການຄົມມະນາຄົມຂົນສົ່ງສິນຄ້າ ແລະ ການບໍລິການ ພາຍຫຼັງທີ່ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ແລະ ອື່ນໆ ແນໃສ່ເຮັດໃຫ້ເນື້ອໃນບົດລາຍງານດັ່ງກ່າວມີເນື້ອໃນຄົວຖ້ວນ ສົມບູນ ແລະ ເປັນບ່ອນອີງໃຫ້ແກ່ບັນດາພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນທີ່ວາງໄວ້.

​                              # ຂ່າວ & ພາບ: ຂັນທະວີ

error: Content is protected !!