ບ້ານຊ່ວຍເຫຼືອເດັກນ້ອຍ ເອສ ໂອ ເອສ ຫຼວງພະບາງ ໄດ້ສ້າງຂະບວນການອະນາໄມອ້ອມຮອບບ້ານຊ່ວຍເຫຼືອເດັກນ້ອຍ ເອສ ໂອ ເອສ ເພື່ອຄໍານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22 ມີນາ 1955 ຫາ 22 ມີນາ 2021 ຄົບຮອບ 66 ປີ ຂຶ້ນວັນທີ 22 ມີນາ 2021 ໂດຍມີທ່ານ ທອງພັນ ວັນວິໄລ ຮອງອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍ ເອສໂອເອສ ຫຼວງພະບາງ ພ້ອມດ້ວຍຄະນະ ແລະ ພະນັກງານພາຍໃນບ້ານຊ່ວຍເດັກນ້ອຍ ເອສ ໂອ ເອສ ຫຼວງພະບາງເຂົ້າຮ່ວມ.

ໃນການສ້າງຂະບວນການຄັ້ງນີ້ ເພື່ອເປັນການຄໍານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ ຂອງຊາດ ເວົ້າລວມ ເວົ້າສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ 14 ເມສາ 1955 ຫາ 2021 ທີ່ຈະມາເຖິງ ໃຫ້ມີບັນຍາກາດ ແລະ ເປັນຂະບວນການຟົດຟື້ນ ນອກຈາກນີ້ ຍັງເປັນການຈັດຕັ້ງປະຕິບັດແຜນກິດຈະກໍາຂອງບ້ານຊ່ວຍເຫຼືອເດັກນ້ອຍ ເອສ ໂອ ເອສ ຫຼວງພະບາງ ວາງອອກ.

ການສ້າງຂະບວນການຄັ້ງນີ້ ຜູ້ເຂົ້່າຮ່ວມໄດ້ພ້ອມພຽງກັນເກັບຂີ້ເຫຍື້ອ ໃບໄມ້ ແລະ ອະນາໄມຮ່ອງລະບາຍນ້ຳໃນເຂດອ້ອມຮອບບ້ານຊ່ວຍເຫຼືອເດັກນ້ອຍ ເອສ ໂອ ເອສ ຫຼວງພະບາງ ໃຫ້ມີຄວາມສະອາດງາມຕາ ທັງເປັນການປົກປັກຮັກສາໄດ້ສະພາບແວດລ້ອມໃຫ້ມີຄວາມປອດໄພຈາກໄພຈາກມົນລະພິດ ແລະ ຮັກສາໄດ້ສະພາບແວດລ້ອມທີ່ຍືນຍົງ ແລະ ກາຍເປັນພື້ນທີ່ສີຂຽວ.

# ຂ່າວ & ພາບ: ວຽງມາ