ວັນທີ 22 ມິນາ 2021 ທີ່ຫ້ອງປະຊຸມໂຮງແຮມ ຄຣາວ ພລາຊາ ໄດ້ຈັດພິທີສະເຫຼີມສະຫຼອງວັນວັນນະໂລກສາກົນ 24 ມີນາ 2021 ຄົບຮອບ 139 ປີ ພາຍໃຕ້ຄຳຂວັນ (ຮີບຮ້ອນປະຕິບັດຕາມຄຳສັນຍາເພື່ອລົບລ້າງວັນນະໂລກ) ໂດຍເປັນປະທານ ຂອງທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານນາງ ດຣ ພອນມາລີ ຈິດຕະມະນີ ຫົວໜ້າສູນຄວບຄຸມວັນນະໂລກ ທ່ານ ແມັກທິວ ສະກ໊ອດ Mr Matthew Scott ຕາງໜ້າອົງການອະນາໄມໂລກປະຈຳລາວ ພ້ອມດ້ວຍບັນດາພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ວັນນະໂລກແມ່ນພະຍາດຕິດຕໍ່ ເຊິ່ງເປັນໜຶ່ງໃນບັນດາພະຍາດຊຶມເຊື້ອທີ່ຂ້າຊີວິດຄົນໃນທົ່ວໂລກໃນແຕ່ລະມື້ປະມານ 4.000 ຄົນ ເສຍຊີວິດ ແລະ 30.000 ຄົນ ເຈັບປ່ວຍຍ້ອນວັນນະໂລກ ທັ້ງທີ່ພະຍາດດັ່ງກ່າວສາມາດປ້ອງກັນ ແລະ ປິ່ນປົວໃຫ້ຫາຍດີໄດ້ ເຖິງແມ່ນວ່າການຕໍ່ສູ້ກັບພະຍາດວັນນະໂລກ ນັບແຕ່ປີ 2000 ເປັນຕົ້ນມາ ໄດ້ຊ່ວຍຊີວິດຮອດ 63 ລ້ານຄົນ ແຕ່ຍັງມີຈຳນວນຄົນເຈັບວັນນະໂລກບໍ່ໜ້ອຍ ທີ່ບໍ່ໄດ້ຮັບການບົ່ງມະຕິ ການຈັດຕັ້ງປະຕິບັດຍັງຊັກຊ້າ ແລະ ການລົງທຶນຕໍ່ວຽກງານນີ້ທົ່ວໂລກຍັງບໍ່ທັນພຽງພໍກັບຄວາມຕ້ອງການ ເພື່ອຢຸດຕິການແຜ່ລະບາດຂອງວັນນະໂລກ ນອກນັ້ນ ບັນດາການນໍາໃນທົ່ວໂລກ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງຂອງສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ປີ 2018 ໃນກອງປະຊຸມດັ່ງກ່າວ ແມ່ນໄດ້ເຫັນດີເປັນເອກະພາບ ຮີບຮ້ອນໃນການຕອບໂຕ້ ເພື່ອ “ຢຸດຕິວັນນະໂລກ”.

ສໍາລັບ ສປປ ລາວ ວັນນະໂລກ ຍັງຄົງເປັນບັນຫາທາງດ້ານສາທາລະນະສຸກ ທີ່ຕ້ອງໄດ້ຮັບການແກ້ໄຂ ອິງຕາມຕົວເລກຄາດຄະເນໃນແຕ່ລະປີ ມີປະມານ 11,000 ກໍລະນີໃໝ່ ແລະ ຫຼາຍກວ່າ 2,000 ກໍລະນີທີ່ເສຍຊີວິດ ອິງຕາມການລາຍງານປີ 2019 ສິ່ງທີ່ໜ້າເປັນຫ່ວງໄປກວ່ານັ້ນ ຄື ມີພຽງແຕ່ 61 % ຂອງການຄາດຄະເນໄດ້ຖືກຊອກຄົ້ນ ແລະ ຮັບການປິ່ນປົວວັນນະໂລກ ໃນປີ 2019 ຄົນເຈັບວັນນະໂລກ ແລະ ຄອບຄົວຂອງເຂົາເຈົ້າຍັງໄດ້ປະເຊີນກັບບັນຫາພາລະຄ່າໃຊ້ຈ່າຍກ່ຽວກັບພະຍາດດັ່ງກ່າວເຖິງ 63%.
# ຂ່າວ & ພາບ: ອຸເປຂາ