ປີ້ງແບ້ສະຫວັນ ຄວ້າແຊັມ ຟຸດຊໍ ຣີໄວ ຄັບ 2021

    ການແຂ່ງຂັນກີລາຟຸດຊໍ ລາຍການ ຣີໄວ ຄັບ 2021 (Revive Futsal Cup 2021) ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ນັດຊີງຊະນະເລີດ ຈັດຂຶ້ນໃນວັນທີ 21 ມີນາ 2021 ຢູ່ສະໜາມກີລາບານເຕະຟຸດຊໍ ສຕລ ເປັນການພົບກັນລະຫວ່າງສະໂມສອນ ປີ້ງແບ້ ສະຫວັນມາລວຍ ກັບ ສະໂມສອນ ໄອ-ສະປອດ ເອັຟຊີ ຜ່ານການແຂ່ງຂັນ ຜົນປາກົດວ່າ: ປີ້ງແບ້ສາມາດເອົາຊະນະ ໄອ-ສະປອດ ໄປແບບຫວຸດຫວິດ 5-4 ຮັບຂັນລາງວັນ 1 ໜ່ວຍພ້ອມເງິນລາງວັນ 8 ລ້ານກີບ ສ່ວນອັນດັບ 2 ຮັບເງິນລາງວັນ 5 ລ້ານກີບ ສ່ວນຄູ່ຊີງອັນດັບ 3 ສະໂມສອນ ທະເວັນຕີຊິກ ຢູໄນເຕັດ ສາມາດເອົາຊະນະ ສະໂມສອນ ນະຄອນຫຼວງ ຟຸດຊໍ ໄປໄດ້ 4-2 ສະໂມສອນ ທະເວັນຕີຊິກ ຮັບເງິນລາງວັນ 3 ລ້ານກີບ ໄປຄອງ.

    ສໍາລັບການແຂ່ງຂັນຄັ້ງນີ້ ຈັດຂຶ້ນວັນທີ 13 ກຸມພາ ຫາ 21 ມີນາ 2021 ໂດຍແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ A ສະໂມສອນເໜືອ-ໃຕ້ ເອັຟຊີ ສະໂມສອນ SVS ເອັຟຊີ ສະໂມສອນ ຄິງດອມ ເອັຟຊີ ສະໂມສອນນະຄອນຫຼວງ ຟຸດຊໍ ສະໂມສອນ ທະເວັນຕີຊິກ ຢູໄນເຕັດ ແລະ ສະໂມສອນ ໂນອາ ຢູໄນເຕັດ ສ່ວນກຸ່ມ B ມີສະໂມສອນ ອໍນິວ ເອັຟຊີ (All new FC) ສະໂມສອນ ຮ້ານເຕົາຮູ້ຕຸ້ຍ-ຈ່ອຍ ສະໂມສອນ ໄອ-ສະປອດ ເອັຟຊີ ສະໂມສອນ ຈັນສີ ຂົນສົ່ງ ສະໂມສອນ ປີ້ງແບ້ ສະຫວັນມາລວຍ ແລະ ສະໂມສອນ ເຄພີທີ ເອັຟຊີ.

​                           # ຂ່າວ & ພາບ: ສີພອນ

error: Content is protected !!