ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ກຽມເປັນເຈົ້າພາບຈັດການແຂ່ງຂັນກີລາ 9 ຕົວເມືອງ ທົ່ວ ນວ ຄັ້ງທີ I ຂຶ້ນໃນວັນທີ 24-31 ມີນາ 2021 ຢູ່ສະໜາມກີລາປົກຄອງເມືອງປາກງື່ມ ໂດຍການແຂ່ງຂັນແບ່ງອອກເປັນ 2 ຮຸ່ນ ຄື: ຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ລວມທັງໝົດ 44 ລາຍການ ຊີງຫຼຽນ 158 ຫຼຽນຄໍາ 158 ຫຼຽນເງິນ ແລະ 158 ຫຼຽນທອງ ລວມ 474 ຫຼຽນ.

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ໃຫ້ສໍາພາດຕໍ່ສື່ມວນຊົນ ວັນທີ 19 ມີນາ 2021 ນີ້ວ່າ: ການແຂ່ງຂັນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ຂອງພັກ ໂດຍສະເພາະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ທັງເປັນການຄັດເລືອກເອົານັກກີລາທີ່ມີຄວາມສາມາດ ມີພອນສະຫວັນດີເດັ່ນ ເປັນຕົວແທນຂອງທີມ ນວ ເຂົ້າຮ່ວມງານແຂ່ງຂັນລະດັບຊາດ ໂດຍສະເພາະງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ແລະ ງານມະຫະກໍາກີລານັກຮຽນສາມັນສຶກສາທົ່ວປະເທດທີ່ແຂວງສາລະວັນ ເປັນເຈົ້າພາບ ໃນປີ 2022 ແນວໃດກໍຕາມ ຂໍຮຽກຮ້ອງມາຍັງບັນດາຄະນະຮັບຜິດຊອບຈັດງານແຂ່ງຂັນ ລວມໄປເຖິງຄະນະກໍາມະການ ຄູເຝິກ ແລະ ນັກກີລາ ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບສູງ ໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ໃຫ້ມີຄວາມສະຫງົບປອດໄພ ຫຼິ້ນກີລາດ້ວຍນໍ້າໃຈມິດຕະພາບ ຄວາມສາມັກຄີກົມກຽວ ຮູ້ແພ້ ຮູ້ຊະນະ ແລະ ຮູ້ໃຫ້ອະໄພເຊິ່ງກັນແລະກັນ.

ສໍາລັບການແຂ່ງຂັນຄັ້ງນີ້ ແບ່ງອອກເປັນ 2 ຮຸ່ນ ຄື: ຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ເຊິ່ງຮຸ່ນເຍົາວະຊົນ ປະກອບມີ 5 ປະເພດ ຄື: ບານເຕະ ບານສົ່ງໃນຮົ່ມ ເປຕັງ ກະຕໍ້ ແລະ ແລ່ນ-ລານ ສ່ວນຮຸ່ນທົ່ວໄປ ມີ 3 ປະເພດ ຄື: ບານເຕະ ເປຕັງ ແລະ ແລ່ນ-ລານ ພິທີເປີດການແຂ່ງຂັນຄັ້ງນີ້ຢ່າງເປັນທາງການ ຈະໄດ້ຈັດຂຶ້ນວັນທີ 24 ມີນາ 2021 ຢູ່ສະໜາມກີລາປົກຄອງເມືອງປາກງື່ມ.
# ຂ່າວ & ພາບ: ສີພອນ