ຊາວໜຸ່ມເມືອງໄຊເສດຖາ ສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ

    ວັນທີ 20 ມີນາ 2021 ຊາວໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ  (ນວ) ສ້າງຂະບວນການອອກແຮງງານ ເຮັດອະນາໄມລວມ ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ( 22/03/1955 – 22/03/2021) ວັນຜູ້ເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 75 ປີ ( 21/03/1946 – 21/03/2021 ) ແລະ ວັນສຳຄັນຕ່າງຂອງພັກ ຂອງຊາດ ຄະນະບໍລິຫານງານຊາວໜຸ່ມເມືອງໄຊເສດຖາ ຮ່ວມກັບຊາວໜຸ່ມຮາກຖານຫ້ອງ ການ ແລະ ນັກຮຽນ-ນັກສຶກສາພາຍໃນເມືອງ ຈັດກິດຈະກຳເຮັດອະນາໄມລວມຂຶ້ນ.

    ສະຫາຍ ໄຊຍະເດດ ທາດາວົງ ຄະນະພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໄຊເສດຖາ ໄດ້ແຈ້ງໃຫ້ຊາບວ່າ: ເພື່ອເປັນການສ້າງຂະບວນການຕ້ອນຮັບວັນອັນມີຄວາມໝາຍສຳຄັນດັ່ງກ່າວ ທາງຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ສົມທົບກັບຄະນະຊາວໜຸ່ມຫ້ອງການ ແລະ ໂຮງຮຽນມັດທະຍົມສຶກສາພາຍໃນເມືອງ ພ້ອມກັນເຮັດອະນາໄມ ແບ່ງອອກເປັນ 2 ຈຸ ຢູ່ຫ້ອງວ່າການປົກຄອງເມືອງ ແລະ ຕາມເສັ້ນທາງ ແຕ່ຫໍພິພິທະພັນປ້ອງກັນຄວາມສະຫງົບ ຫາໄຟແດງໂພນເຄັງ ເຊິ່ງມີຊາວໜຸ່ມເຂົ້າຮ່ວມກິດຈະກຳໃນຄັ້ງນີ້ຈຳນວນ 500 ຄົນ.

​                           # ຂ່າວ & ພາບ: ບຸນມີ

error: Content is protected !!