ວາງພວງມາລາເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ

    ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22/3/1955-22/3/2021) ຄະນະບໍລິຫານງານສູນກາງພັກ ເລຂາຄະນະພັກກະຊວງ-ອົງການທຽບເທົ່າອ້ອມຂ້າງສູນກາງ ແລະ ເລຂາຄະນະພັກນະຄອນຫຼວງວຽງຈັນ ໄດ້ນໍາພວງມາລາວາງຢູ່ອານຸສາວະລີນັກຮົບນີລະນາມ (ດາວແດງ) ແລະ ຢູ່ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ທີ່ຫໍພິພິທະພັນໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 21 ມີນາ 2021 ປະກອບມີ ຄະນະບໍລິຫານງານສູນກາງພັກ ແລະ ຄະນະລັດຖະບານ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ນາຍົກລັດຖະມົນຕີ ຄະນະພັກ ແລະ ຄະນະປະຈໍາສະພາແຫ່ງຊາດນໍາໂດຍສະຫາຍ ນາງ ປານີ ຢາທໍ່ຕູ້ ກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ຄະນະພັກ ຄະນະນໍາກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກົມການເມືອງສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ກົມການເມືອງສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສູນກາງແນວລາວສ້າງຊາດ ສະຫະພັນນັກຮົບເກົ່າ ແລະ ສາມອົງການຈັດຕັ້ງມະຫາຊົນ ນໍາໂດຍສະຫາຍ ໄຊສົມພອນ ພົມວິຫານ ກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຄະນະພັກ ຄະນະນະຄອນຫຼວງວຽງຈັນ ນໍາໂດຍສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!