ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອຫຼາຍກວ່າ 789.000 ໂດລາ ແກ່ 7 ໂຄງການຂັ້ນຮາກຖານ

    ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າຫຼາຍກວ່າ 789.000 ໂດລາສະຫະລັດ ຫຼື ປະມານ 7,39 ຕື້ກີບ ເພື່ອຈັດຕັ້ງປະຕິບັດ 7 ໂຄງການຄື:  1 ໂຄງການເກັບກູ້ລະເບີດບໍ່ທັນແຕກ 2 ໂຄງການສາທາລະນະສຸກທີ່ແຂວງຄຳມ່ວນ ແລະ ອຸດົມໄຊ 2 ໂຄງການການສຶກສາທີ່ແຂວງບໍ່ແກ້ວ ແລະ ສະຫວັນນະເຂດ 1 ໂຄງການກະສິກຳທີ່ແຂວງຫົວພັນ ແລະ 1 ໂຄງການພື້ນຖານໂຄງລ່າງທີ່ແຂວງສາລະວັນ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs).

    ພິທີເຊັນສັນຍາໂຄງການດັ່ງກ່າວ ຈັດຂຶ້ນໃນວັນທີ 19 ມີນາ 2021 ຮ່ວມລົງນາມລະຫວ່າງທ່ານ ທາເກວະກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ບັນດາຕົວແທນຈາກການນໍາຂັ້ນແຂວງທີ່ໄດ້ຮັບໂຄງການດັ່ງກ່າວ ແລະ ທ່ານນາງ ຣີເບັກກາ ເລັດເວນ ຫົວໜ້າອົງການເກັບກູ້ລະເບີດປະຈໍາປະເທດລາວ (MAG) ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກແມ່ນຈັດຕັ້ງປະຕິບັດໂດຍອົງການການເກັບກູ້ລະເບີດ MAG ເຊິ່ງເປົ້າໝາຍຂອງໂຄງການດັ່ງກ່າວ ແມ່ນການເລັ່ງລັດວຽກງານກວາດລ້າງລະເບີດທີ່ບໍ່ທັນແຕກ ແລະ ຍົກລະດັບຄວາມຕື່ນໂຕຂອງຊຸມຊົນເພື່ອຫຼຸດຜ່ອນໄພຄຸກຄາມຈາກລະເບີດທີ່ບໍ່ທັນແຕກຢູ່ເມືອງບົວລະພາ ມະຫາໄຊ ແລະ ຍົມມະລາດໃນແຂວງຄຳມ່ວນ ເຊິ່ງເປັນເຂດໜຶ່ງທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ໂຄງການນີ້ ຈະປະກອບສ່ວນເຂົ້າໃນການຫຼຸດຜ່ອນຈຳນວນຜູ້ເຄາະຮ້າຍ ແລະ ສ້າງສະພາບແວດລ້ອມທີ່ດີກວ່າເກົ່າ ເພື່ອການໃຊ້ຊີວິດທີ່ປອດໄພ ແລະ ໝັ້ນຄົງຂອງຜູ້ທີ່ອາໄສຢູ່ໃນທ້ອງຖິ່ນດັ່ງກ່າວ.

    2 ໂຄງການດ້ານສາທາລະນະສຸກ ຈະແມ່ນໂຄງການສ້າງສຸກສາລາ ແລະ ມອບອຸປະກອນການແພດຢູ່ບ້ານລຳມະລາດແຂວງຄຳມ່ວນ ແລະ ໂຄງການສ້າງລະບົບນ້ຳປະປາໃຫ້ແກ່ບ້ານຈັນໄຕ ແລະ ບ້ານນາທອງ ແຂວງອຸດົມໄຊ ເຊິ່ງເປັນບ່ອນທີ່ປະຊາຂົນຍັງບໍ່ມີນ້ຳສະອາດໃຊ້ເທື່ອ ໂຄງການທີ 4 ແລະ 5 ແມ່ນໂຄງການດ້ານການສຶກສາ ກໍຄືການກໍ່ສ້າງອາຄານ ແລະ ສິ່ງອຳນວຍຄວາມສະດວກໃນການສຶກສາໃຫ້ແກ່ໂຮງຮຽນປະຖົມບ້ານນ້ຳສະໝອກ ແຂວງບໍ່ແກ້ວ ແລະ ໂຮງຮຽນມັດທະຍົມໂນນຍາງຢູ່ແຂວງສະຫວັນນະເຂດ ເພື່ອປັບປຸງສະພາບແວດລ້ອມໃນການຮ່ຳຮຽນໃຫ້ດີຂຶ້ນ.

    ໂຄງການທີ 6 ແມ່ນຂະແໜງການກະສິກຳ ກໍຄືການຊ່ວຍເຫຼືອໃນການສ້າງລະບົບຊົນລະປະທານໃຫ້ແກ່ບ້ານແກ້ງພູນ ບ້ານແຈຝາຍ ແລະ ບ້ານພຽງໄຊທີ່ແຂວງຫົວພັນ ເພື່ອຊ່ວຍປັບປຸງວຽກງານກະສິກຳໃນຂົງເຂດດັ່ງກ່າວ ເນື່ອງຈາກລະບົບຊົນລະປະທານໃນປັດຈຸບັນມັກເປ່ເພງ່າຍໃນລະດູຝົນ ເຊິ່ງໂຄງການສຸດທ້າຍ ຄືໂຄງການກໍ່ສ້າງຂົວຢູ່ບ້ານດ່ານນາເລົາ ແຂວງສາລະວັນ ເຊິ່ງເປັນໝູ່ບ້ານທີ່ມີຂີດຈຳກັດໃນການໄປມາຫາສູ່ກັນ ໂດຍສະເພາະໃນລະດູຝົນ.

​                           # ຂ່າວ & ພາບ: ວຽງມາ

error: Content is protected !!