ອົງການອາຫານໂລກ ແລະ ອົງການພັດທະນາສາກົນອາເມຣິກາ ໄດ້ຮ່ວມກັນເປີດໂຄງການໃນການເສີມສ້າງຄວາມສາມາດໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໃນວຽກງານກຽມຄວາມພ້ອມໃນຂັ້ນສູນກາງ ແລະ ທ້ອງຖິ່ນ ວັນທີ 19 ມີນາ 2021 ມີທ່ານ ກິນດາວົງ ຫຼວງລາດ ຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ໄມເຄິລ ຣອນນິງ ຜູ້ຕາງໜ້າອົງການພັດທະນາສາກົນອາເມລິກາ ປະຈໍາລາວ ແລະ ທ່ານ ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງໂຄງການສ້າງຄວາມເຂັ້ມແຂງດ້ານການຄໍ້າປະກັນທາງດ້ານສະບຽງອາຫານໃຫ້ຊຸມຊົນໃນພື້ນທີ່ທີ່ມີຄວາມສ່ຽງຕໍ່ໄພພິບັດທາງທຳມະຊາດ ປະກອບມີສ້າງຄວາມເຂັ້ມແຂງທາງດ້ານການປະເມີນຄວາມເສຍຫາຍຫຼັງໄພພິບັດ ແລະ ດ້ານພະລາທິການໃຫ້ລັດຖະບານໃນຂັ້ນສູນກາງ ແຂວງ ແລະ ເມືອງ ສ້າງຄວາມເຂັ້ມແຂງທາງດ້ານການຄຸ້ມຄອງໄພພິບັດ ຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງດີນຟ້າອາກາດໃຫ້ກັບຊຸມຊົນ ໃນພື້ນທີ່ທີ່ມີຄວາມສ່ຽງຕໍ່ໄພພິບັດທຳມະຊາດ ໄລຍະເວລາການຈັດຕັ້ງປະຕິບັດ 2 ປີ (2021-2022) ງົບປະມານ 750.000 ໂດລາສະຫະລັດ ປະມານ 7 ຕື້ກວ່າກີບ.

# ຂ່າວ & ພາບ: ຂັນທະວີ