ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2563 ແລະ ຕ້ອນຮັບປີໃໝ່ລາວ ພສ 2564 ທີ່ຈະມາເຖິງ ໃນຕອນເຊົ້າວັນທີ 18 ມີນາ 2021 ທາງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ນຳໂດຍທ່ານ ນາລົງວິດ ຄອງສິນ ຜູ້ຈັດການສ່ວນ ອົງກອນສຳພັນ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ພ້ອມຄະນະ ໄດ້ນຳກະຕ່າຂອງຂວັນ ແລະ ເຄື່ອງທີ່ລະນຶກມາ ອວຍພອນໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ໂດຍມີທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າ ບັນນາທິການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.
ໂອກາດນີ້ ທັງສອງຝ່າຍຕ່າງກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນໃນໄລຍະຜ່ານມາຢ່າງກົງ ໄປກົງມາໃຫ້ແຕ່ລະຝ່າຍໄດ້ຮັບຊາບ ພ້ອມທັງຂອບໃຈໃນການສະໜັບສະໜູນ ໃຫ້ການຮ່ວມມືໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ ພ້ອມທັງອວຍພອນໄຊໃຫ້ກັນ ແລະ ກັນ ໃນການປະຕິບັດໜ້າທີ່ວຽກງານໃຫ້ປະສົບຜົນສຳເລັດ ຕາມຈຸດປະສົງ ແລະ ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.
# ຂ່າວ & ພາບ: ບຸນມີ