ສະຫຼອງວັນສັບປະດາຟຣັງໂກໂຟນີ

    ພາກວິຊາພາສາຝຣັ່ງ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ຈັດກິດຈະກຳເລົ່າປະສົບການຂອງອະດີດນັກສຶກສາ ພ້ອມທັງມອບໃບຢັ້ງຢືນລະດັບພາສາຝຣັ່ງໃຫ້ນັກສຶກສາ ແລະ ສະແດງລະຄອນສັ້ນເພື່ອສະເຫຼີມສະຫຼອງວັນສັບປະດາພາສາຝຣັ່ງ (ສັບປະດາຟຣັງໂກໂຟນີ) ປະຈຳປີ 2021 ຂຶ້ນວັນທີ 17 ມີນາ 2021  ຢູ່ສະໂມສອນ ມຊ ໂດຍມີທ່ານ ບຸນຍາລິດ ສຸດທິຈັກ ຜູ້ປະສານງານອົງການຟຣັງໂກໂຟນີ ກະຊວງການຕ່າງປະເທດ ທ່ານ ຕູລາວັນ ຮຸກ ຫົວໜ້າຫ້ອງການຮ່ວມມືປະເທດສະວິດປະຈໍາລາວ ທ່ານ ນາງ ທອງມາລາ ໂພສີຄຳ ຄະນະບໍດີຄະນະອັກສອນສາດ ທ່ານ ອັງຕວນ ບຣູມວິສ ຫົວໜ້າອົງການມະຫາວິທະຍາໄລ ທີ່ໃຊ້ພາສາຝຣັ່ງ (AUF) ປະຈຳລາວ ພ້ອມດ້ວຍພະນັກງານຄູ-ອາຈານ ແລະນັກສຶກສາພາກວິຊາພາສາຝຣັ່ງເຂົ້າຮ່ວມ.

       ກິດຈະກຳດັ່ງກ່າວນີ້ ເປັນການສ້າງຄວາມສໍາຄັນກ່ຽວກັບການຮັບຮູ້ພາສາຝຣັ່ງ ເປັນເວທີສຳລັບການສົນທະນາແລກປ່ຽນຂອງນັກສຶກສາໃຫ້ກ້າສະແດງອອກທາງຄວາມສາມາດ ດ້ານການໃຊ້ພາສາຝຣັ່ງຢູ່ນອກຫ້ອງຮຽນ ຊ່ວຍໃຫ້ເຂົາເຈົ້າສາມາດສະແດງອອກຜ່ານການສົນທະນາໃຊ້ພາສາຝຣັ່ງ ແລະ ການເຂົ້າຮ່ວມໃນກິດຈະກຳຕ່າງໆຂອງໜ່ວຍງານທີ່ສົ່ງເສີມການໃຊ້ພາສາຝຣັ່ງຈັດຂຶ້ນໃນແຕ່ລະຄັ້ງໃຫ້ຫຼາຍຂຶ້ນ. 

      ໃນງານ ໄດ້ຮັບຟັງການເລົ່າປະສົບການຂອງອະດີດນັກສຶກສາພາກວິຊາຝຣັ່ງ ໂດຍມີການແລກປ່ຽນປະສົບການຂອງການເຮັດວຽກຂອງເຂົາເຈົ້າ ຮັບຊົມການສະແດງລະຄອນເວທີເລື່ອງ “Le Petit poucet (ທ້າວແຈ້)” ທີ່ສະແດງໂດຍນັກສຶກສາປີ 3 ຂອງພາກວິຊາພາສາຝຣັ່ງ ທັງນີ້ ເພື່ອແນໃສ່ການສົ່ງເສີມການນຳໃຊ້ພາສາຝຣັ່ງເພື່ອກະຕຸ້ນນັກສຶກສາຜູ້ທີ່ມັກ-ຮັກໃນການຮຽນ ເພື່ອນຳເອົາຄວາມຮູ້ ຄາມສາມາດຂອງຕົນໄປໝູນໃຊ້ໃນວິຊາຊີບຂອງຕົນໃນອະນາຄົດ.

    ກິດຈະກຳດັ່ງກ່າວນີ້ ຍັງຈະສືບຕໍ່ຈັດວັນທີ 31 ມີນາ 2021 ຢູ່ ມຊ ໂດຍຈະເປັນການເລົ່າປະສົບການຈາກນັກຮຽນປີ 4 ທີ່ໄດ້ເດີນທາງໄປທັດສະນະສຶກສາຢູ່ພາກໃຕ້ຂອງລາວ ເພື່ອສ້າງໂອກາດ ແລະ ແບ່ງປັນປະສົບການຂອງພວກເຂົາເຈົ້າ ໃນຖານະເປັນຜູ້ຈັດການ ແລະ ບໍລິຫານການເດີນທາງນຳຕື່ມອີກ.

                # ຂ່າວ & ພາບ: ລັດເວລາ

error: Content is protected !!