ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລົງເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ ວັນທີ 17-18 ມີນາ 2021 ຖືກຕ້ອນຮັບໂດຍທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ອຳນາດການປົກຄອງແຂວງດັ່ງກ່າວ.


ໃນໂອກາດລົງເຄື່ອນໄຫວເຮັດວຽກຄັ້ງນີ້ ທ່ານລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ກຽດເຜີຍແຜ່ສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ວຽກງານຊາຍແດນ ແລະ ວຽກງານຂະແໜງການຕ່າງປະເທດ ໃຫ້ຄະນະພັກ-ຄະນະນໍາ ພະນັກງານຫຼັກແຫຼ່ງ ທະຫານ ຕໍາຫຼວດອ້ອມຂ້າງແຂວງ ມີຜູ້ເຂົ້າຮ່ວມຮັບຟັງເກືອບ 300 ທ່ານ ໂດຍທ່ານໄດ້ຍົກໃຫ້ເຫັນສະພາບສາກົນທີ່ພົ້ນເດັ່ນ ທີ່ເກີດຂຶ້ນໃນປັດຈຸບັນຢູ່ພາກພື້ນ ແລະ ສາກົນ ໂດຍສະເພາະສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ແຜ່ລະບາດ ແລະ ຂະຫຍາຍຫຼາຍໃນທົ່ວໂລກ ພ້ອມນີ້ ກໍໄດ້ຮັບຟັງການເຜີຍແຜ່ຈັດຕັ້ງປະຕິບັດວຽກງານຊາຍແດນກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ໂດຍສະເພາະ ຜົນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ມາຮອດປັດຈຸບັນ ແມ່ນໄດ້ສໍາເລັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນກັບ 3 ປະເທດ ຄື: ສສ. ຫວຽດນາມ ສປ ຈີນ ແລະ ສສ ມຽນມາ ຜົນສໍາເລັດດັ່ງກ່າວ ໄດ້ຖືກຮັບຮອງໂດຍສົນທີສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນປະເທດຮ່ວມກັນ ແລະ ມີສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຮ່ວມກັນ.

ສຳລັບຊາຍແດນກັບລາຊະອານາຈັກກໍາປູເຈຍ ປັດຈຸບັນສາມາດສໍາຫຼວດພື້ນທີ່ຕົວຈິງຮ່ວມກັນ 86% ຂອງເສັ້ນຊາຍແດນທັງໝົດ 535 ກິໂລແມັດ ສາມາດປັກຫຼັກໝາຍຊາຍແດນຮ່ວມກັນໄດ້ 121 ຫຼັກໝາຍ ແລະ ຍັງມີຈຸດຄົງຄ້າງຈໍານວນໜຶ່ງ ທີ່ຈະສືບຕໍ່ຮ່ວມກັນແກ້ໄຂ ສຳລັບຊາຍແດນ ກັບຣາຊາອານາຈັກໄທ ທັງສອງຝ່າຍສາມາດສຳຫຼວດ ແລະ ປັກຫຼັກໝາຍຊາຍແດນສໍາເລັດ 211 ຫຼັກໝາຍ ໃນລວງຍາວຂອງເສັ້ນຊາຍແດນ 676 ກິໂລແມັດ ເທົ່າກັບ 93% ຂອງເສັ້ນຊາຍແດນທາງບົກ 735 ກິໂລແມັດ ເທົ່າກັບ 37% ຂອງເສັ້ນຊາຍແດນທັງໝົດ (ທາງບົກ ແລະ ທາງນໍ້າ) 1.835 ກິໂລແມັດ ສ່ວນຊາຍແດນລາວ-ໄທ ທາງແມ່ນໍ້າຂອງ ແມ່ນຍັງຢູ່ໃນຂັ້ນຕອນການຖ່າຍທອດເສັ້ນຊາຍແດນຈາກແຜນທີ່ຝຣັ່ງ ມາດຕາສ່ວນ 1:25.000 ປີ 1929-1931 ລົງໃສ່ແຜນທີ່ສ້າງຂຶ້ນໃໝ່ປີ 2008 ຕາມເຕັກນິກຂອງແຕ່ລະຝ່າຍ ເຊິ່ງທັງສອງຝ່າຍຈະສືບຕໍ່ປຶກສາຫາລື ເພື່ອປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.
# ຂ່າວ & ພາບ: ລັດເວລາ