
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະຈາກສູນກາງ ແລະ ການນຳແຂວງໄຊຍະບູລີ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມນາຍ ແລະ ພົນທະຫານກອງພົນທະຫານຮາບທີ 2 ວັນທີ 4 ມີນາ 2020 ຢູ່ກອງພົນດັ່ງກ່າວ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ພັນເອກ ສີພອນ ແກ້ວສະໄໝ ຫົວໜ້າການເມືອງ ກອງພົນທະຫານຮາບທີ 2 ພ້ອມດ້ວຍຄະນະ.
ໂອກາດນີ້ ທ່ານນາຍົກລັດຖະມົນຕີກໍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ໝາກຜົນອັນພົ້ນເດັ່ນຂອງການປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່ ໄລຍະ 45 ປີຜ່ານມາ ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດໃນປັດຈຸບັນ ກໍຄືອະນາຄົດ ປະຫວັດ ແລະ ສະພາບຈຸດພິເສດຂອງແຂວງໄຊຍະບູລີ ມູນເຊື້ອອັນດີງາມຂອງກອງທັບ ໂດຍສະເພາະກອງພົນທະຫານຮາບທີ 2 ຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງພັກ-ລັດ ຕໍ່ການສ້າງ ແລະ ປັບປຸງກອງທັບໃຫ້ເຕີບໃຫຍ່ ໜັກແໜ້ນ ແລະ ເຂັ້ມແຂງຮອບດ້ານຢ່າງບໍ່ຢຸດຢັ້ງ ພ້ອມນີ້ທ່ານນາຍົກລັດຖະມົນຕີຍັງໄດ້ເນັ້ນໜັກໃຫ້ນາຍ ແລະ ພົນທະຫານທົ່ວກອງພົນທະຫານຮາບທີ 2 ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຮ່ຳຮຽນນ້ຳໃຈວີລະຊົນ ນ້ຳໃຈພິລະອາດຫານ ມູນເຊື້ອຂອງກອງທັບ ເຊື່ອມຊຶມແນວທາງຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເອົາໃຈໃສ່ເຝິກແອບວິຊາສະເພາະໃຫ້ມີຄວາມຊຳນິຊຳນານ ມີຄວາມພ້ອມຢູ່ສະເໝີ ໂດຍສະເພາະສິລະປະຍຸດ-ຍຸດທະວິທີ ເຂັ້ມງວດ ໃນການປະຕິບັດລະບຽບວິໄນ ສຸມໃສ່ລົງເຮັດວຽກຮາກຖານ ເຂົ້າຮ່ວມຂະບວນການພັດທະນາຂອງປະຊາຊົນໃຫ້ເລິກເຊິ່ງ ກຳຮາກຖານໃຫ້ໄດ້ຢ່າງຮອບດ້ານ ມີຄວາມສາມັກຄີເປັນປຶກແຜ່ນ ເປັນນ້ຳໜຶ່ງໃຈດຽວ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ເອົາໃຈໃສ່ນຳໃຊ້ທ່າແຮງຂອງແຂວງໄຊຍະບູລີ ທີ່ເປັນແຂວງມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ປະຕິບັດຫຼັກການເຮັດວຽກແບບລວມສູນປະຊາທິປະໄຕ ຂັ້ນລຸ່ມປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງ ມີການປຶກສາຫາລືກັນ ແບ່ງງານ ແບ່ງຄວາມຮັບຜິດຊອບ ເຮັດຫຼ້ອນໜ້າທີ່ ຂັ້ນເທິງຕ້ອງເປັນແບບຢ່າງໃຫ້ຂັ້ນລຸ່ມ ນາຍ ແລະ ພົນທະຫານ ຕ້ອງເປັນແບບຢ່າງໃຫ້ປະຊາຊົນຢ່າງແທ້ຈິງ.