
ໂດຍຕອບສະໜອງຕາມການເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງ ປະເທດ ສປປ ລາວ ທ່ານ ອູ ຈໍ ຕິນ ລັດຖະມົນຕີກະຊວງຮ່ວມມືສາກົນ ສສ ມຽນມາ ໄດ້ນຳພາຄະນະຜູ້ແທນເດີນທາງມາຢ້ຽມຢາມ ສປປ ລາວ ເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ ມຽນມາ-ລາວ ຄັ້ງທີ 12 ຢູ່ນະຄອນຫຼວງວຽງຈັນ ວັນທີ 4-7 ມີນານີ້.
ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ ມຽນມາ-ລາວ ຄັ້ງທີ 12 ຈັດຂຶ້ນວັນທີ 6 ມີນາ 2020 ຢູ່ກະຊວງການຕ່າງປະເທດ ໂດຍເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ອູ ຈໍ ຕິນ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ພ້ອມທັງສະແດງຄວາມຊົມເຊີຍໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ລະຫວ່າງລາວ-ມຽນມາ (12/7/1955-12/7/2020) ຕະຫຼອດ 6 ທົດສະວັດເຄິ່ງຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໄດ້ຮັບການສົ່ງເສີມໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ລະຫວ່າງສອງປະເທດຢ່າງເປັນປົກກະຕິ ພ້ອມນີ້ ສອງຝ່າຍຍັງໄດ້ທົບທວນຄືນການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກກອງປະຊຸມຄະນະກຳມະການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ ມຽນມາ-ລາວ ຄັ້ງທີ 11 ຢູ່ນະຄອນຫຼວງເນປິດໍ ສສ ມຽນມາ ວັນທີ 1-4 ມີນາ 2015 ໂດຍມີຫຼາຍດ້ານທີ່ມີຄວາມຄືບໜ້າຢ່າງເປັນຮູບປະທຳ ນອກນີ້ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການຮ່ວມມືຂະແໜງການຕ່າງໆ ເຊັ່ນ: ຂະແໜງການຕ່າງປະເທດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເສດຖະກິດ-ການຄ້າ ສຶກສາທິການ ແລະ ກີລາ ວັດທະນະທຳ-ສັງຄົມ ສາສະໜາ ແລະ ອື່ນໆ ນອກຈາກຂອບການຮ່ວມມືສອງຝ່າຍແລ້ວ ຍັງໄດ້ສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບການຮ່ວມມືພາກພື້ນ ແລະ ສາກົນ ເປັນຕົ້ນອາຊຽນ ອະນຸພາກພື້ນແມ່ນ້ຳຂອງ ແມ່ນ້ຳອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຂອບການຮ່ວມມືແມ່ນ້ຳຂອງ ອົງການສະຫະປະຊາຊາດ ແລະ ອື່ນໆເປັນປົກກະຕິ.
ສຳລັບທິດທາງການຮ່ວມມືໃນອະນາຄົດ ສອງຝ່າຍເຫັນດີສືບຕໍ່ໃຫ້ມີການແລກປ່ຽນຄະນະຜູ້ແທນນຳກັນທຸກຂັ້ນ ທຸກລະດັບ ແລະ ທຸກຂະແໜງການແຕ່ສູນກາງເຖິງທ້ອງຖິ່ນເປັນປົກປະຕິ ແລະ ຕໍ່ເນື່ອງ ເພື່ອສືບຕໍ່ຜັນຂະຫຍາຍບົດບັນທຶກແຜນການຮ່ວມມື ລະຫວ່າງຂະແໜງການກ່ຽວຂ້ອງ ທີ່ໄດ້ລົງນາມຮ່ວມກັນແລ້ວໃຫ້ເກີດດອກອອກຜົນ ສືບຕໍ່ຊອກກາລະໂອກາດຮ່ວມກັນເພື່ອສົ່ງເສີມການທ່ອງທ່ຽວ ລະຫວ່າງສອງປະເທດ ກໍຄື ລະດັບອະນຸພາກພື້ນ ແລະ ພາກພື້ນ ເພື່ອເປັນການເຜີຍແຜ່ຄວາມສວຍງາມດ້ານທຳມະຊາດ ຄວາມຮັ່ງມີດ້ານມໍລະດົກ ວັດທະນະທຳ ພ້ອມດຽວກັນ ໃຫ້ສົ່ງເສີມການທ່ອງທ່ຽວ ແລະ ການໄປ-ມາຫາສູ່ກັນຂອງປະຊາຊົນສອງປະເທດ ເພື່ອສ້າງຄວາມໃກ້ຊິດ ແລະ ຄວາມເຂົ້າໃຈກັນໃຫ້ຫຼາຍຂຶ້ນ ພາຍຫຼັງສຳເລັດກອງປະຊຸມ ສອງຝ່າຍຍັງໄດ້ຮ່ວມກັນລົງນາມບົດບັນທຶກກອງປະຊຸມ ພ້ອມນີ້ ຝ່າຍລາວຍັງໄດ້ມອບເງິນມູນຄ່າ 50.000 ໂດລາສະຫະລັດ ຫຼື ປະມານ 444 ລ້ານກີບ ໃຫ້ຝ່າຍມຽນມາ ເພື່ອປະກອບສ່ວນຟື້ນຟູຊ່ວຍເຫຼືອປະຊາຊົນລັດຣະຄ່າຍ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ ອີກດ້ວຍ.