ກອງປະຊຸມປຶກສາຫາລືເພື່ອຄວາມເປັນເອກະພາບຮັບຮອງເອົາທ່າຟ້ອນລໍາວົງລາວ ຈັດຂຶ້ນວັນທີ 18 ມີນາ 2021 ຢູ່ໂຮງຮຽນສິລະປະແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຜູ້ຊີ້ນໍາວຽກງານວັດທະນະທໍາ ທັງເປັນສິລະປິນແຫ່ງຊາດ ມີບັນດາຄູອາຈານ ສິລະປິນແຫ່ງຊາດ ສິລະປິນດີເດັ່ນ ຫົວໜ້າກອງ ຮອງກອງ ຫົວໜ້າພະແນກ ຮອງພະແນກ ແລະ ພະນັກງານວິຊາການ ພິເສດ ມີນັກສິລະປິນຖືກເຊີນທີ່ເດີນທາງມາຈາກແຂວງອຸດົມໄຊ ຫຼວງພະບາງ ສະຫວັນນະເຂດ ແລະ ແຂວງຈໍາປາສັກ ເຂົ້າຮ່ວມ.


ທ່່ານ ຄໍາພັນ ໂພທອງສີ ຮັກສາການຫົວໜ້າກົມສິລະປະການສະແດງ ກະຊວງ ຖວທ ກ່າວວ່າ: ຈຸດປະສົງພວກເຮົາມາເຕົ້າໂຮມກັນມື້ນີ້ ມີຈຸດປະສົງດຽວ ເພື່ອມາເປັນເອກະພາບກັນກ່ຽວກັບທ່າຟ້ອນລໍາວົງລາວ ເຊິ່ງເປັນທ່າຟ້ອນທີ່ມີລັກສະນະຊາດ ລັກສະນະກ້າວຫນ້າ ແລະ ລັກສະນະມະຫາຊົນ ເຊິ່ງປະຊາຊົນລາວທັງຊາດພວກເຮົາໄດ້ນໍາມາໃຊ້ໃນການຄົບງັນ ລື່ນເລີງ ແລະ ມ່ວນຊື່ນ ໃນງານບຸນຕ່າງໆທີ່ໄດ້ສືບທອດກັນມາແຕ່ດົນນານ ດັ່ງນັ້ນ ກົມສິລະປະການສະແດງ ໄດ້ປະຕິບັດຕາມການຊີ້ນໍາຂອງຂັ້ນເທິງ ຈຶ່ງໄດ້ພ້ອມກັນຈັດຕັ້ງກອງປະຊຸມວິຊາການຄັ້ງນີ້ຂຶ້ນ ເພື່ອປຶກສາຫາລືເປັນເອກະພາບ ຮັບຮອງເອົາທ່າຟ້ອນລໍາວົງລາວ ເພື່ອສະເໜີໃຫ້ອົງການ UNESCO ເຂົ້າເປັນມໍລະດົກໂລກ ແລະ ພ້ອມດຽວກັນນີ້ ພວກເຮົາກໍຍັງຈະໄດ້ນໍາເອົາທ່າຟ້ອນລໍາວົງລາວ ທີ່ພວກເຮົາຈະໄດ້ເປັນເອກະພາບກັນໃນກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍ ແລະ ເພື່ອຮັບໃຊ້ສັງຄົມ ບໍ່ວ່າຢູ່ທາງພາກລັດ ກໍຄືພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຢູ່ໃນບັນດາຫ້າງຮ້ານ ແລະ ສະຖານທີ່ບັນເທີງຕ່າງໆ ໃຫ້ມີຄວາມເບີກບານມ່ວນຊື່ນທາງດ້ານການສະແດງສິລະປະວັນນະຄະດີ.

ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາທ່ານຄູ-ອາຈານ ກໍຄືນັກວິຊາການທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈະສຸມສະຕີປັນຍາ ປະກອບຄໍາຄິດຄໍາເຫັນເຂົ້າໃສ່ທ່າບົດຟ້ອນແຕ່ລະບົດໃຫ້ມີປະສິດທິພາບ ປະສິດທິຜົນຢ່າງແທ້ຈິງ ຂ້າພະເຈົ້າ ໃນນາມວ່າການຫົວໜ້າກົມສິລະການສະແດງ ຂໍສະແດງຄວາມຂອບອົກຂອບໃຈເປັນຢ່າງສູງ ມາຍັງບັນດາທ່ານທີ່ໄດ້ສະລະເວລາອັນມີຄ່າຂອງທ່ານເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ຫວັງວ່າກອງປະຊຸມຂອງພວກເຮົາໃນມື້ນີ້ ຈະປະສົບຜົນສໍາເລັດຢ່າງຈົບງາມ.
# ຂ່າວ & ພາບ: ສີພອນ