ຮອງນາຍົກລັດຖະມົນຕີ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງການ ຄຮ ລ-ຈ

    ວັນທີ 17 ມີນາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ (ຄຮລ-ຈ) ໃຫ້ກຽດຕ້ອນຮັບໂດຍທ່ານ ແຄນທອງ ສີສຸວົງ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ມີຫົວໜ້າຫ້ອງການ ຫົວໜ້າພະແນກ ແລະ ພະນັກງານ-ວິຊາການເຂົ້າຮ່ວມ.

    ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຫ້ອງການ ຄຮ ລ-ຈ ໄດ້ລາຍງານສະພາບລວມ ແລະ ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ຂອງຫ້ອງການ ຄຮ ລ-ຈ ໃນໄລຍະຜ່ານມາໂດຍຫຍໍ້ ຕໍ່ທ່ານຮອງນາຍົກລັດຖະມົນຕີ ຫ້ອງການ ຄຮ ລ-ຈ ແມ່ນໂຄງປະກອບໜຶ່ງໃນກົງຈັກຂອງກະຊວງແຜນການ ແລະ ການລົງທຶນ (ມີຖານະທຽບເທົ່າກົມ) ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ ຄຮ ລ-ຈ ແລະ ກະຊວງ ຜທ ໃນການຄົ້ນຄວ້າ ຊີ້ນໍາ ປະສານງານ ແລະ ຕິດຕາມຊຸກຍູ້ບັນດາກະຊວງ ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດວຽກງານການຮ່ວມມືດ້ານເສດຖະກິດ-ການຄ້າ ວິທະຍາສາດ-ເຕັກນິກ ວັດທະນະທໍາ-ສັງຄົມ ແລະ ອື່ນໆ ລະຫວ່າງ ສປປ ລາວ ແລະ ສປ ຈີນ  ເປັນໃຈກາງປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງລາວ ສະຖານທູດລາວປະຈໍາ ສປ ຈີນ ລວມທັງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງຂອງຈີນ ເປັນຕົ້ນ: ກະຊວງການຄ້າຈີນ ອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງຊາດຈີນ (CIDCA) ກົນໄກປະສານງານຮ່ວມມືພາກເໜືອລາວ ກັບແຂວງຢຸນນານ ເປັນຜູ້ສະຫຼຸບ-ສັງລວມບັນດາໝາກຜົນການຮ່ວມມື ແລະ ເປັນເສນາທິການໃນການຄົ້ນຄວ້າຂໍ້ສະເໜີຕ່າງໆ ເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ ລະຫວ່າງລາວ-ຈີນ ສັງລວມ ແລະ ກະກຽມບັນດາສັນຍາ ເອກະສານຮ່ວມມືຕ່າງໆທີ່ຈະລົງນາມກັນ ໃນໂອກາດການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ໃນໂອກາດສຳຄັນຕ່າງໆ.

    ນອກຈາກນີ້ ຫ້ອງການ ຄຮ ລ-ຈ ຍັງມີໜ້າທີ່ຮັບຜິດຊອບ ປະສານສົມທົບກັບຂະແໜງການກ່ຽວຂ້ອງຂອງຝ່າຍລາວ ໃນການນໍາສະເໜີຝ່າຍຈີນພິຈາລະນາໂຄງການຊ່ວຍເຫຼືອລ້າ ລະຫວ່າງສອງລັດຖະບານ ໂຄງການເງິນກູ້ດອກເບ້ຍຕໍ່າ ແລະ ຕິດຕາມຊຸກຍູ້ການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍ ລວມທັງໂຄງການປູກພືດທົດແທນການປູກຝິ່ນ ນອກນັ້ນ ຍັງເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງ ຊຸກຍູ້ໂຄງການຮ່ວມມືລົງທຶນຂະໜາດໃຫຍ່ ລະຫວ່າງ ລາວ-ຈີນ ເຊັ່ນ: ໂຄງການທາງລົດໄຟລາວ-ຈີນ ໂຄງການທາງດ່ວນວຽງຈັນ-ບໍ່ເຕ່ນ ການສ້າງຕັ້ງບໍລິສັດສາຍສົ່ງແຫ່ງຊາດລາວ (EDL-T) ເຂດພັດທະນາກວມລວມໄຊເສດຖາ ແລະ ໂຄງການອື່ນໆ.

​                           # ຂ່າວ & ພາບ: ຊິລິການດາ

error: Content is protected !!