ໂຄງການກໍ່ສ້າງໂຮງໝໍມະໂຫສົດ ຈະສຳເລັດໃນເດືອນພຶດສະພາ 2022

    ທ່ານ Wang Zigang ຫົວໜ້າທີມງານເຕັກນິກຂອງໂຄງການກໍ່ສ້າງໂຮງໝໍມະໂຫສົດ ໄດ້ລາຍງານຕໍ່ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທີ່ລົງຕິດຕາມໂຄງການກໍ່ສ້າງໂຮງໝໍດັ່ງກ່າວ ໃນວັນທີ 17 ມີນາ 2021 ວ່າ:

    ໂຄງການກໍ່ສ້າງໂຮງຫມໍມະໂຫສົດ ໄລຍະທີ 1 ຈະສຳເລັດໃນເດືອນພຶດສະພາ 2021 ຫຼັງຈາກໄລຍະທໍາອິດສຳເລັດແລ້ວ ຈະຍ້າຍຄົນເຈັບ ແລະ ແພດໝໍຂຶ້ນມາໃຊ້ຕຶກໃໝ່ ແລະ ທຸບຕຶກເກົ່າ ເພື່ອກໍ່ສ້າງໄລຍະທີ 2 ສຳລັບຕຶກເກົ່າ ຈະຈົ່ງໄວ້ພຽງຕຶກບໍລິຫານບາງຕຶກ ສຳລັບໄລຍະທີ 2 ຄາດວ່າຈະເລີ່ມປະຕິບັດໃນເດືອນ 7 ປີ 2021 ແລະ ຈະໃຫ້ສໍາເລັດໃນເດືອນພຶດສະພາ 2022 ເຊິ່ງໂຮງໝໍມະໂຫສົດຕຶກໃໝ່ ຈະມີທັງໝົດ 600 ຕຽງ ແລະ ເປັນໂຮງໝໍທີ່ທັນສະໄໝ ແລະ ໃຫຍ່ທີ່ສຸດໃນ ສປປ ລາວ.

    ສໍາລັບໂຄງການນີ້ ຕັ້ງຢູ່ນະຄອນຫຼວງວຽງຈັນ ມີເນື້ອທີ່ 30.300 ຕາຕະລາງແມັດ ມູນຄ່າສັນຍາການກໍ່ສ້າງ ມູນຄ່າສັນຍາ: 590.790.977 ຢວນ (ປະມານ 850 ຕື້ກີບ) ໂຄງການນີ້ເປັນໂຄງການທີ່ມີຄວາມໝາຍສໍາຄັນເພື່ອມິດຕະພາບລະຫວ່າງປະຊາຊົນຈີນ ແລະ ປະຊາຊົນລາວ ເຊິ່ງເປັນໂຄງການທີ່ປະທານປະເທດສອງປະເທດຮ່ວມວາງສີລາລືກກັນ ແລະ ເປັນໂຮງໝໍທີ່ມີຂະໜາດໃຫຍ່ທີ່ສຸດ ຕຽງນອນຫຼາຍທີ່ສຸດ ແລະ ລົງທຶນຫຼາຍກວ່າໝູ່ໃນປະຫວັດການຊ່ວຍເຫຼືອລ້າຈາກລັດຖະບານຈີນ.

​                           # ຂ່າວ & ພາບ: ສີພອນ

error: Content is protected !!