ນວ ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຫຼາຍຂົງເຂດວຽກງານ

    ກອງປະຊຸມຄົບຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ສະໄໝທີ VII ຄັ້ງທີ 3 ຈັດຂຶ້ນວັນທີ 15-16 ມີນາ 2021 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງ ນວ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຫຼາຍຂົງເຂດວຽກງານ ເປັນຕົ້ນແມ່ນຂົງເຂດວຽກງານພັກ-ພະນັກງານ  ຮັບຟັງລາຍງານກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ຮັບຟັງລາຍງານກ່ຽວກັບຜົນການປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020 ທົ່ວ ນວ ຮັບຟັງລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບມະຕິຂອງຄະນະປະຈໍາພັກ ກ່ຽວກັບວຽກງານການເງິນຂອງພັກ ນວ ຮັບຟັງລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບການແບ່ງງານ ແບ່ງຄວາມຮັບຜິດຊອບໃນຄະນະບໍລິຫານງານພັກ ນວ ສະໄໝທີ VII ຮັບຟັງລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບການທາບທາມບຸຄະລາກອນ ຮອງປະທານກວດກາພັກ ນວ ຂົງເຂດວຽກງານອົງການແນວລາວສ້າງຊາດ ຮັບຟັງລາຍງານ ແລະ ໃຫ້ທິດຊີ້ນໍາຕໍ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄັ້ງທີ VIII ຂອງຄະນະກໍາມະການແນວລາວສ້າງຊາດ ນວ ຊຸດໃໝ່ ຂົງເຂດວຽກອົງການປົກຄອງ ຮັບຟັງລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບການນໍາພາຈັດຕັ້ງປະຕິບັດດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂົງເຂດວຽກສະພາປະຊາຊົນ ຮັບຟັງລາຍງານການຖອດຖອນບົດຮຽນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ຮັບຟັງການລາຍງານແບ່ງຄວາມຮັບຜິດຊອບໃຫ້ແກ່ສະມາຊິກສະພາປະຊາຊົນ ນວ ຊຸດທີ II ຮັບຟັງລາຍງານການກະກຽມການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນ ນວ ຊຸດທີ II ຂົງເຂດວຽກງານ ປກສ-ປກຊ ຮັບຟັງລາຍງານກ່ຽວກັບແຜນວຽກຫຼຸດຜ່ອນໄພຢາເສບຕິດປີ 2021 ຂອງ ນວ ນອກນີ້ ຍັງໄດ້ພິຈາລະນາ ແລະ ຮັບຮອງເອົາແຜນດໍາເນີນງານຂອງອົງຄະນະພັກ ນວ ຕະຫຼອດສະໄໝທີ VII ຂອງອົງຄະນະພັກ ນວ ແລະ ຮັບຟັງລາຍງານການຈັດຕັ້ງປະຕິບັດມະຕິ VII ຂອງອົງຄະນະບໍລິຫານງານພັກ ນວ ໄລຍະກອງປະຊຸມຄັ້ງທີ 2-3 ແລະ ແຜນວຽກຈຸດສຸມແຕ່ໄລຍະກອງປະຊຸມຄັ້ງທີ 3-4 ຂອງຄະນະບໍລິຫາານພັກ ນວ ສະໄໝທີ VII ຕື່ມອີກ.

​ # ຂ່າວ & ພາບ: ຂັນທະວີ

error: Content is protected !!