ຍົກລະດັບວຽກງານກວດກາໃຫ້ພະນັກງານຫຼັກແຫຼ່ງກະຊວງສາທາລະນະສຸກ

    ກົມກວດກາ ກະຊວງສາທາລະນະສຸກ ຈັດຊຸດເຝິກອົບຮົບວຽກງານກວດກາພັກ-ລັດ ຄັ້ງທີ X ປະຈຳ 2020 ແຕ່ວັນທີ 15-26 ມີນາ 2021 ຢູ່ກະຊວງສາທາລະນະສຸກ ເປັນປະທານຂອງທ່ານ ໄພວັນ ແກ້ວປະເສີດ ປະທານກວດກາພັກກະຊວງ ຜູ້ປະຈຳການໂຮງໝໍເສດຖາທິລາດ ມີທ່ານ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ ທ່ານ ຄຸດດາຣາ ວົງດາຣະວັນ ຫົວໜ້າກົມກວດກາກະຊວງສາທາລະນະສຸກ ພ້ອມດານັກສຳມະນາກອນມາຈາກໂຮງໝໍແຂວງພາກກາງ ແລະ ພາກໃຕ້ຈຳນວນ 23 ທ່ານ ຍິງ 10 ທ່ານເຂົ້າຮ່ວມ.

    ທ່ານ ໄພວັນ ແກ້ວປະເສີດ ກ່າວວ່າ: ການຈັດເຝິກອົບຮົມຄັ້ງນີ້ ແມ່ນໄດ້ຮັບການຊີ້ນຳ-ນຳພາຈາກຄະນະກວດກາສູນກາງພັກ ອຳນວຍຄວາມສະດວກໃນການສະໜອງນັກວິທະຍາກອນ ແລະ ເອກະສານນິຕິກຳຈຳນວນໜຶ່ງເຂົ້າໃນຊຸດເຝິກອົບຮົບ ຊ່ວຍອຳນວຍຄວາມສະດວກໃນການຄົ້ນຄວ້າຮ່ຳຮຽນບັນດາເນື້ອໃນທີ່ເປັນພື້ນຖານ ກ່ຽວກັບວຽກງານກວດກາເຊັ່ນ: ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ ກວດກາລັດ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ວຽກງານຄົ້ນຄວ້າ ແກ້ໄຂຄຳຮ້ອງຟ້ອງ ຮ້ອງທຸກ ແລະ ຄຳສະເໜີ ວຽກງານຕິດຕາມ ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ວຽກງານສືບສວນ-ສອບສວນ ບັນດາບົດຮຽນອື່ນໆກ່ຽວກັບວຽກງານກວດກາຈຳນວນ 15 ບົດ ແລະ ເອກະສານກ່ຽວຂ້ອງຈຳນວນໜຶ່ງ.

    ໄລຍະຜ່ານມາ ທາງກົມກວດກາກະຊວງສາທາລະສຸກ ກໍໄດ້ຈັດເຝິກອົບຮົມວຽກງານກວດກາເປັນປະຈຳປີລະຊຸດໂດຍສັບປ່ຽນເປັນແຕ່ລະພາກເຊັ່ນ: ໃນປີ 2019 ໄດ້ເຊີນ 8 ແຂວງພາກເໜືອເຂົ້າຮ່ວມ ແຜນປີ 2020 ໄດ້ເຊີນພາກກາງ ແລະ ພາກໃຕ້ເຂົ້າຮ່ວມເຝິກອົບຮົມໃນຄັ້ງນີ້ ເພື່ອເຊີດຊູວຽກງານກວດກາໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ ມີການເຄື່ອນໄຫວເປັນປົກກະຕິ ແລະ ຄາດວ່າໃນປີຕໍ່ໄປ ແມ່ນຈະໄດ້ເຊີນແຂວງພາກເໜືອ ອ້ອມຂ້າງກະຊວງ ແລະ ຕາງໜ້າ 3 ອົງການຈັດຕັ້ງເຂົ້າຮ່ວມ.

​                           # ຂ່າວ & ພາບ: ຊິລິການດາ

error: Content is protected !!