ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ສ້າງຂະບວນການອອກແຮງງານວັນເສົາແດງຢູ່ຖະໜົນ 23 ສິງຫາ ວັນທີ 13 ມີນາ 2021 ໂດຍການນໍາພາຂອງທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ປະຈໍາເຂດເລືອກຕັ້ງເມືອງໄຊເສດຖາ ເຊິ່ງການອອກແຮງງານຄັ້ງນີ້ໄດ້ປັດກວາດ ດູດຝຸ່ນ ລ້າງທາງ ແລະ ອື່ນໆ ແນໃສ່ເຮັດໃຫ້ຖະໜົນດັ່ງກ່າວມີຄວາມສະອາດຈົບງາມ ທັງເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ) ທີ່ຈະມາຮອດນີ້ ແລະ ຊົມເຊີຍຜົນສໍາເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 2 ນອກນັ້ນ ຍັງເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ-ຂອງພັກຕື່ມອີກ.
# ຂ່າວ & ພາບ: ຂັນທະວີ