ວັນທີ 13 ມີນາ 2021 ຢູ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມ Covid-19 ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລາໂຣກສາຍພັນໃໝ່ Covid-19 ອອກຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບພົບຜູ້ຕິດເຊື້ອ Covid-19 ລາຍທີ 49 ຢູ່ ສປປ ລາວ ທີ່ເດີນທາງມາແຕ່ຕ່າງປະເທດ.

ທ່ານໄດ້ກ່າວວ່າ: ຈາກການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 12 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 466 ຄົນ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ ໂດຍມີລາຍລະອຽດດັ່ງນີ້:
ຜູ້ຕິດເຊື້ອນ້ຳເບີ 49 ເພດຊາຍ ອາຍຸ 53 ປີ ສັນຊາດອິນໂດເນເຊຍ ເຮັດວຽກຢູ່ບໍລິສັດແຫ່ງໜຶ່ງຢູ່ຕ່າງແຂວງ ຜູ້ກ່ຽວຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ໃນນະຄອນຫຼວງວຽງຈັນ.

ປະຫວັດຂອງຜູ້ກ່ຽວ: ຜູ້ກ່ຽວແຂງແຮງດີ ບໍ່ມີອາການສະແດງຫຍັງ ແລະ ໄດ້ກວດຊອກຫາໂຄວິດ-19 ຢູ່ປະເທດອິນໂດເນເຊຍ ກ່ອນເດີນທາງເຂົ້າມາ ສປປ ລາວ ຜົນກວດແມ່ນບໍ່ພົບເຊື້ອ.
ໃນວັນທີ 10 ມີນາ 2021 ໄດ້ເດີນທາງຈາກປະເທດອິນໂດເນເຊຍ ຫາ ປະເທດມາເລເຊຍ ແລະ ເດີນທາງມາຮອດ ສປປ ລາວ ໃນວັນທີ 11 ມີນາ 2021 ດ້ວຍຖ້ຽວບິນ AK7554 ພ້ອມທັງໄດ້ເກັບຕົວຢ່າງຜູ້ກ່ຽວກວດຊອກຫາເຊື້ອໂຄວິດ-19.
ໃນວັນທີ 12 ມີນາ 2021 ຜົນກວດວິເຄາະ ຢັ້ງຢືນວ່າພົບເຊື້ອ COVID-19 ຈຶ່ງໄດ້ນຳສົ່ງຜູ້ກ່ຽວເຂົ້ານອນແຍກປ່ຽວຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 25 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະ ເຫັນວ່າ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.
ສັງລວມການກວດວິເຄາະນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 121.483 ຕົວຢ່າງ ກວດພົບເຊື້ອສະສົມ 48 ຄົນ. ມາຮອດປັດຈຸບັນ ຜູ້ຕິດເຊື້ອພະຍາດ COVID-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 7 ຄົນ (ນະຄອນຫຼວງ 4 ຄົນ ຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ) ທັງ 7 ຄົນທີ່ຕິດຕາມປິ່ນປົວ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.
# ຂ່າວ & ພາບ: ຊິລິການດາ