ພິທີເຊັນສັນຍາ ໂຄງການຜະລິດ ແລະ ຈຳໜ່າຍຜະລິດຕະພັນສັນຍະລັກແຄນລາວ ລະຫວ່າງສະມາຄົມສຽງແຄນລາວ (ເຈົ້າຂອງໂຄງການ ລິຂະສິດ) ກັບບໍລິສັດ ລາວຈະເລີນສິນ ຈຳກັດ (ຜູ້ຜະລິດ ແລະ ຈຳໜ່າຍຜະລິດຕະພັນສັນຍະລັກແຄນລາວ) ແລະ ສວນອາຫານມັງກອນທອງ (ຜູ້ຮ່ວມທຶນ) ໄດ້ຈັດຂຶ້ນທີ່ບໍລິສັດ ຈະເລີນສິນ ຈຳກັດ ເຊິ່ງຕັ້ງຢູ່ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 11 ມີນາຜ່ານມານີ້.


ພິທີລົງນາມໃນສັນຍາ ໄດ້ມີຂຶ້ນລະຫວ່າງທ່ານ ຄຳພັນ ເໜືອນສິດທິດາ ປະທານສະມາຄົມສຽງແຄນລາວ ແລະ ທ່ານ ຈະເລີນສິນ ດາພາ ຜູ້ອຳນວຍການບໍລິສັດ ລາວຈະເລີນສິນ ຈຳກັດ ແລະ ທ່ານ ວັດທະນາໄຊ ລາດສະວົງສິນ ຜູ້ອຳນວຍການສວນອາຫານມັງກອນທອງ ໂດຍໂດຍຊ້ອງໜ້າທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກ ປະທານກິດຕິມະສັກສະມາຄົມສຽງແຄນລາວ ພ້ອມດ້ວຍພະເຖລານຸເຖລະ ແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.


ຈຸດປະສົງຫຼັກຂອງສັນຍາທີ່ໄດ້ລົງນາມກັນດັ່ງກ່າວ ແມ່ນເພື່ອສົ່ງເສີມແຄນລາວ ເຊິ່ງເປັນດົນຕີເອກະລັກພື້ນເມືອງລາວ ໃຫ້ເປັນທີ່ເອກອ້າງສົມກັບເປັນມໍລະດົກໂລກ ແນໃສ່ສົ່ງເສີມດົນຕີພື້ນເມືອງລາວ ສຽງແຄນ-ສິລະປະ ວັດທະນະທຳລາວໃຫ້ຕິດພັນກັບການທ່ອງທ່ຽວ ເພື່ອໃຫ້ທົ່ວສັງຄົມນິຍົມ ແລະ ຊົມໃຊ້ແຄນລາວ ເພື່ອໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໄດ້ເຫັນຄວາມເປັນເອກະລັກດົນຕີພື້ນເມືອງລາວ ຊຸກຍູ້ການຕະຫຼາດແຄນພາຍໃນ ແລະ ອອກສູ່ຕ່າງປະເທດ ເພື່ອສົ່ງເສີມວຽກເຮັດງານທຳໃຫ້ແກ່ບຸຄະລາກອນພາກລັດ ແລະ ປະຊາຊົນ ອັນຈະເປັນການສ້າງລາຍຮັບໃຫ້ແກ່ພາກສ່ວນລັດ ກໍຄືພາກສ່ວນກ່ຽວຂ້ອງ ເພື່ອຊຸກຍູ້ກອງທຶນຂອງສະມາຄົມແຄນລາວໃຫ້ມີງົບປະມານນຳໃຊ້ເຂົ້າໃນບັນດາກິດຈະກຳຕ່າງໆກ່ຽວກັບວຽກງານສົ່ງເສີມສິລະປະ-ດົນຕີພື້ນເມືອງລາວ ເຊິ່ງທັງໝົດນີ້ແມ່ນຈະໄດ້ມີການຮ່ວມມືກັນເປັນເວລາ 5 ປີ.
