ທຳລາຍອຸປະກອນ ແລະ ສານເສບຕິດຜິດກົດໝາຍໃຫ້ໝົດໄປຈາກສັງຄົມ

    ພິທິທຳລາຍອຸປະກອນບັ້ງສູບຢາ ນໍ້າຢາສູບໄຟຟ້າ-ຊິຊ່າ ແລະ ອາຍແກັສໄນຕຼັດອອກໄຊທ໌ (ປູມເປົ້າອັດແກັສ) ຈັດຂຶ້ນວັນທີ 12 ມີນາ 2021 ທີ່ສູນບຳບັດຂີ້ເຫຍື້ອຫຼັກ 32 ນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ພັນໂທ ປານີ ສຸດສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ນວ ທ່ານ ປານີ ວົງປະດິດ ຮອງຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກ ນວ ມີຕາງໜ້າພະແນກອຸດສາຫະກຳ – ການຄ້າ ນວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

    ເຄື່ອງທີ່ນຳມາທຳລາຍຄັ້ງນີ້ ມີອຸປະກອນບັ້ງສູບ ນໍ້າຢາສູບໄຟຟ້າ 1 ຕູ້ແກ້ວນ້ອຍ ນໍ້າຢາ ແລະ ຫົວສູບໄຟຟ້າ 29 ອັນ ບັ້ງສູບຢາໄຟຟ້າ 10 ບັ້ງ ຫົວຕໍ່ 1 ກັບນ້ອຍ ບັ້ງແກັສທີ່ບັນຈຸສານໄນຕຼັດອອກໄຊທ໌ (N2O) 2 ບັ້ງໃຫຍ່ ປູມເປົ້າສຳລັບອັດແກັສ 31 ໜ່ວຍ ອຸປະກອນຊິຊ່າ (ບາລາກູ) 10 ຊຸດ ບັ້ງຊິຊ່າ 13 ບັ້ງ ເຫຍື່ອຊິຊ່າ 37 ປ່ອງ ເຄື່ອງເຫຼົ່ານີ້ແມ່ນຢຶດໄດ້ໃນວັນທີ 30 ມັງກອນ ວັນທີ 21 ທັນວາ 2020 ແລະ ວັນທີ 26 ມັງກອນ 2021 ຈາກຮ້ານອາຫານ ຮ້ານກາເຟ ແລະ ໂຮງຮຽນໃນ ນວ.

    ເຄື່ອງທີ່ນຳມາທຳລາຍຄັ້ງນີ້ ເປັນສານເສບຕິດຊະນິດໜຶ່ງ ທີ່ຈັດຢູ່ໃນປະເພດສິນຄ້າຕ້ອງຫ້າມ ຖ້າສູບດົມເຂົ້າໄປ ຈະສົ່ງຜົນກະທົບຕໍ່ສຸຂະພາບເຊັ່ນ: ເກີດອາການມືນເມົາ ເຊວສະໝອງຂາດອົກຊີແຊນ ໝົດສະຕິກະທັນຫັນ ພາໃຫ້ປະສາດຫຼອນ ຄວາມດັນຕໍ່າ ເສຍຄວາມຊົງຈຳ ຫົວໃຈຢຸດເຕັ້ນ ອາລົມບໍ່ປົກກະຕິ ຫູອຶ້ງ ເລືອດຈາງ ຂາດການຊົງຕົວ ພ້ອມດຽວກັນນັ້ນ ຍັງສົ່ງຜົນກະທົບຕໍ່ເສດຖະກິດ ເປັນຕົ້ນ ເກີດມີການຟູມເຟືອຍ ເພີ່ມລາຍຈ່າຍທີ່ບໍ່ເປັນປະໂຫຍດ ທຳລາຍຄົນອ້ອມຂ້າງ ແລະ ສິ່ງແວດລ້ອມ ສະນັ້ນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຜູ້ປະກອບການ ຮ້ານອາຫານ ຮ້ານບັນເທີງຕ່າງໆ ຈົ່ງເປັນເຈົ້າການໃນການຕ້ານ ຄວບຄຸມ ແລະ ສະກັດກັ້ນບໍ່ໃຫ້ບັນຫາດັ່ງກ່າວເກີດຂຶ້ນໃນສັງຄົມ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!