ລາວ-ຈີນ ຮ່ວມມືໂຄງການສາຍສົ່ງໄຟຟ້າແຫ່ງຊາດລາວ

    ພິທີເຊັນສັນຍາສໍາປະທານ ໂຄງການສາຍສົ່ງໄຟຟ້າແຫ່ງຊາດລາວ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈັດຂຶ້ນວັນທີ 11 ມີນາ 2021 ຢູ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານລາວ ລົງນາມໂດຍທ່ານນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຈ່າງ ເຫວີນເຟີງ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ຈຽງ ໄຈ້ຕົງ ​ເອກ​ອັກຄະ​ລັດຖະທູດຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາລັດຖະມົນຕີ ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ທ່ານ ຈຽງ ໄຈ້ຕົງ  ກ່າວວ່າ: ການສ້າງຕັ້ງບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຫຼື EDL-T ຈະນໍາໃຊ້ທ່າແຮງຂອງທັງສອງຝ່າຍຢ່າງມີປະສິດທິພາບ ແລະ ປະສິດທິຜົນ ທ່ານຫວັງວ່າທັງສອງຝ່າຍຈະຮ່ວມມືຢ່າງໜັກແໜ້ນ ສົ່ງເສີມວຽກງານຕ່າງໆ ເພື່ອໃຫ້ບໍລິສັດດໍາເນີນງານຢ່າງແທ້ຈິງໂດຍໄວ ຕັ້ງໜ້າພັດທະນາໃຫ້ກາຍເປັນຕົວແບບການຮ່ວມມື ແລະ ມິດຕະພາຍ ລະຫວ່າງ ຈີນ-ລາວ ແລະ ລາວ-ຈີນ ສ້າງຜົນງານໃຫ້ແກ່ປີ 2021 ເຊິ່ງເປັນປີມິດຕະພາບ ຈີນ-ລາວ ປະກອບສ່ວນຢ່າງໃກ້ຊິດເຂົ້າໃນການຮ່ວມສ້າງສາພັດທະນາຄູ່ຮ່ວມຊາຕາກໍາລາວ-ຈີນ ແລະ ຈີນ-ລາວ.

    ທ່ານ ຈ່າງ ເຫວີນເຟີງ ກ່າວວ່າ: ໂດຍຕາມຫຼັກການປຶກສາຮ່ວມກັນ ສ້າງສາຮ່ວມກັນ ນໍາໃຊ້ຮ່ວມກັນ ແລະ ນໍ້າໃຈຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ຈະຮ່ວມກັບໄຟຟ້າລາວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຂອງ ສປປ ລາວ.

    ທ່ານນາງ ຄໍາຈັນ ວົງແສນບູນ ກ່າວວ່າ: ລາວ-ຈີນ ​ແມ່ນ​ສອງ​ປະ​ເທດ​​ເພື່ອ​ນມິດ​ຍຸດ​ທະ​ສາດ ທີ່ມີສາຍ​ພົວພັນຮ່ວມ​ກັນມາຍາ​ວນານ ​ແລະ ທັ​ງ​ເປັນຄູ່​ຮ່ວມ​ຊາຕາກຳ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ລະຫວ່າງສ​ອງປະ​ເທດ (ລາວ-ຈີນ) ​ເພື່ອ​ຮັບປະກັນ​ການ​ພັດທະນາ​ທຸກ​ດ້ານ​ຂອງທັງ​ສອງ​ປະ​ເທດ​​ ໃຫ້ໄປ​ຕາມ​ທິດ​ຍືນ​ຍົງ ແລະ ​​ມີ​ການ​ຂະຫຍາຍຕົວ​ຢ່າງ​ກ້າວ​ກະ​ໂດດ ເຊິ່ງ​​​ເຫັນ​ໄດ້ການ​ລົງທຶນຜ່ານ​ມາ​ຂອງ ​ສປ ຈີນ ​ແມ່ນ​ມີ​ມູນ​ຄ່າ​ການ​ລົງທຶນ​ສູງ​ກວ່າ​ໝູ່ ​ໃນ​ບັນ​ດາ​ປະ​ເທດ​ຕ່າ​ງໆ ​ໂດຍ​ສະ​​ເພາະ​ແມ່ນ​​ການ​ລົງທຶນ​ໃສ່​ບັນ​ດາ​ໂຄງການ​ໃຫຍ່ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ​ເປັນ​ຕົ້ນ​ແມ່ນໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ​ແລະ ​ໂຄງການ​ທາງ​ດ່ວນ ​​ແຕ່​ນະ​ຄອນ​ຫຼວງ​ວຽງ​ຈັນ ຫາ ບໍ່​ເຕັນ ຊາຍ​ແດນ ລາວ-ຈີນ ​ເພື່ອ​ການ​ເຊື່ອມ​ໂຍງ ​ແລະ ​ເຊື່ອມ​ຈອດທາງ​ດ້ານ​ລະບົບ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ລະບົບ​ເສດຖະກິດຂອງ ສປປ ​ລາວ​ ​​ເຂົ້າຫາ ສປ ຈີນ ​ແລະ ບັນດາ​ປະ​ເທດ​ອະນຸພາກ​ພື້ນ ​ແລະ ສາກົນ ​ເທື່ອ​ລະ​ກ້າວ.

​    ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເພື່ອ​ເຮັດ​ໃຫ້​ສັນຍາ​ມີ​ຜົນ​ສັກ​ສິດ ພາ​ຍຫຼັງ​ເຊັນ​ສັນຍາ​ແລ້ວ ຂໍ​ໃຫ້​ບໍລິສັດຕັ້ງໜ້າສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ບັນດາ​ໜ້າ​ວຽກ​ຕ່າງໆ​ທີ່​ຍັງ​ຄ້າງ ​ເປັນ​ຕົ້ນ​ແມ່ນ​ບັນດາ​ເອກະສານ​ຊ້ອນ​ທ້າຍຕ່າງໆ​ໃຫ້​ສຳ​ເລັດ​ໂດຍ​ໄວ ​ແລະ ປະຕິບັດພັນທະ​ຕາມ​ເງື່ອນ​ໄຂ​ຂອງ​ສັນຍາ​ຢ່າງ​ເຄັ່ງ​ຄັດ​ ພ້ອມ​ທັງ​ເອົາ​ໃຈ​ໃສ່​ຕໍ່​ບັນຫາ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ເປັນ​ບັນຫາ​ສຳຄັນ ​ໂດຍປະຕິບັດ​ໃຫ້​ສອດຄ່ອງ​ຕາມ​ກົດໝາຍ ​ແລະ ລະບຽບ​ການ​ຂອງ​ຂະ​ແໜງ​ການ​ທີ່ກ່ຽວຂ້ອງ.

# ຂ່າວ & ພາບ : ສີພອນ ຈັນທະດາລາ

error: Content is protected !!