ເຖິງວ່າການດໍາເນີນທຸລະກິດຂຸດຄົ້ນຫີນ-ແຮ່ຊາຍຈະໄປໄດ້ດີ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ເອົາໃຈໃສ່

    ທ່ານ ສີນວນ ຫຼວງພົນ ປະທານບໍລິສັດ ເອນອມ ອິນດັສຕຽນ ຈໍາກັດຜູ້ດຽວ ໃຫ້ສໍາພາດ ວັນທີ 10 ມີນາ 2021 ວ່າ:

    ພາຍຫຼັງທີ່ໄດ້ຮັບອະນຸຍາດສໍາປະທານໃຫ້ຂຸດຄົ້ນຫີນ-ຊາຍຢູ່ບ້ານຄວາຍແດງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈາກພາກສ່ວນທີ່ກ່ຽວຂ້ອງ ໃນປີ 2019 ບໍລິສັດໄດ້ດໍາເນີນການບຸກເບີກ ກໍ່ສ້າງ ແລະ ຕິດຕັ້ງເຄື່ອງກົນຈັກທັນສະໄໝໃນການຂຸດຄົ້ນຫີນ-ແຮ່ຊາຍຕາມນະໂຍບາຍຂອງພັກ-ລັດ ກໍຄືພາກສ່ວນກ່ຽວຂ້ອງທີ່ໄດ້ອະນຸຍາດ ແລະ ໃຫ້ການຄຸ້ມຄອງການດໍາເນີນທຸລະກິດຂອງຕົນ ເຊິ່ງໄດ້ສໍາເລັດການຕິດຕັ້ງເຄື່ອງກົນຈັກ ແລະ ດໍາເນີນການຂຸດຄົ້ນຢ່າງເປັນທາງການໃນເດືອນພະຈິກ ປີ 2020 ເພື່ອດູດເອົາຫີນ-ແຮ່ຊາຍ ຕອບສະໜອງໃຫ້ແກ່ການພັດທະນາພື້ນຖານໂຄງລ່າງ ເຊິ່ງໃນປັດຈຸບັນ ເຫັນວ່ານະຄອນຫຼວງວກໍາລັງມີການພັດທະນາຢ່າງຕໍ່ເນື່ອງ ເວົ້າສະເພາະຢູ່ເມືອງຫາດຊາຍຟອງກໍເຊັ່ນດຽວກັນ ໄດ້ເກີດມີຕຶກອາຄານ ເຮືອນຊານບ້ານຊ່ອງ ແລະ ປຸກສ້າງຮ້ານຂາຍເຄື່ອງອື່ນໆ ອັນເຮັດໃຫ້ການດໍາເນີນທຸລະກິດດັ່ງກ່າວໄປໄດ້ດີ ແລະ ມີບັນຍາກາດຄຶກຄື້ນ ໄປຄຽງຄູ່ກັນນັ້ນ ກໍຍັງມີສິ່ງທ້າທາຍ ເນື່ອງຈາກວ່າການດໍາເນີນທຸລະກິດນີ້ຕ້ອງໃຊ້ຕົ້ນທຶນໝູນວຽນສູງ ແລະ ມີຄວາມຫຍຸ້ງຍາກໃນການບໍາລຸງຮັກສາເຄື່ອງກົນຈັກໃນໄລຍະທີ່ບໍ່ໄດ້ດໍາເນີນການຂຸດຄົ້ນ ສໍາລັບການຂຸດຄົ້ນຫີນ-ແຮ່ຊາຍຂອງບໍລິສັດ ແມ່ນໄດ້ສໍາປະທານຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງເປັນປີຕໍ່ປີ ມີເນື້ອທີ່ທັງໝົດ 3,5 ຮັກຕາ ມີໄລຍະເວລາດໍາເນີນການຂຸດຄົ້ນວັນທີ 1 ພະຈິກ ຫາ ວັນທີ 3 ມິຖຸນາ ແລະ ໄດ້ໃຫ້ປິດຂຸດຄົ້ນໃນວັນທີ 1 ມິຖຸນາ ຫາ ວັນທີ 31 ຕຸລາ ຂອງທຸກໆປີ ສະນັັ້ນ ໃນໄລຍະນີ້ ເປັນໄລຍະທີ່ບໍລິສັດຕ້ອງຂຸ້ນຂ້ຽວຂຸດຄົ້ນເພື່ອການຈໍາໜ່າຍ ໄປພ້ອມກັບການຂຸດຄົ້ນເອົາຫີນ-ແຮ່ຊາຍຂຶ້ນມາເກັບສະສົມໄວ້ຈໍາໜ່າຍໃນເວລາທີ່ບໍ່ສາມາດຂຸດຄົ້ນໄດ້ ແລະ ປັດຈຸບັນ ການສະໜອງຫີນ-ແຮ່ຊາຍແມ່ນຍັງບໍ່ທັນພຽງພໍຕໍ່ຄວາມຕ້ອງການຂອງໂຄງການກໍ່ສ້າງ ແລະ ອື່ນໆ.

    ນອກຈາກການດໍາເນີນທຸລະກິດຂຸດຄົ້ນຫີນ-ແຮ່ຊາຍແລ້ວ ເພື່ອເປັນການປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ບໍລິສັດໄດ້ປະກອບສ່ວນຊຸກຍູ້ບູລະນະເສັ້ນທາງລວມຂອງເມືອງປີລະ 20.000.000 ກີບ ຊຸກຍູ້ຊ່ວຍເຫຼືອການກໍ່ສ້າງພື້ນຖານໂຄງລ່າງຂອງເມືອງຈໍານວນໜຶ່ງ ພິເສດ ໄດ້ປະກອບສ່ວນຊ່ວຍເຫຼືອພັດທະນາບ້ານໃຫ້ມີຄວາມຈະເລີນຮຸ່ງເຮືອງເຊັ່ນ: ປະກອບສ່ວນກໍ່ສ້າງເສັ້ນທາງ ໂຮງຮຽນ ວາງທໍ່ລະບາຍນໍ້າ ເພື່ອປ້ອງກັນລະບົບການໄຫຼວຽນຂອງນໍ້າ ແລະ ປະກອບສ່ວນບູລະນະວັດວາອາຮາມຂອງບ້ານ ນອກນີ້ ຍັງໄດ້ປະກອບສ່ວນຊຸກຍູ້ວຽກງານປ້ອງກັນຊາດ ໂດຍສະເພາະ ທະຫານກອງຮ້ອຍຊາຍແດນຢູ່ພາຍໃນບ້ານ ແລະ ວຽກງານອື່ນໆຕື່ມອີກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!