
ພະແນກພາຍໃນ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເຜີຍແຜ່ຄຳແນະນຳກ່ຽວກັບການປະເມີນຜົນວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຈັດຂຶ້ນວັນທີ 6 ມີນາ 2020 ຢູ່ຫ້ອງວ່າການປົກຄອງ ນວ ໂດຍມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະພັກ ກຳມະການພັກ ພະແນກການ ເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສີຫຸນ ສິດທິລືໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມສຳຄັນຫຼາຍ ເພາະໄດ້ພ້ອມກັນຕີລາຄາຄືນ ແລະ ຮັບຮູ້ຄວາມເປັນເອກະພາບດ້ານທັດສະນະ ຄວາມເຂົ້າໃຈດ້ານນິຕິກຳ ແລະ ຂັ້ນຕອນ ວິທີການດຳເນີນການປະເມີນຜົນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ບ້ານເປັນຫົວໜ່ວຍພັດທະນາ ແລະ ສະຫຼຸບຜົນການແຂ່ງຂັນຮັກຊາດ ແລະ ພັດທະນາໃນທ້າຍປີ 2020 ເພື່ອພ້ອມກັນປະເມີນຜົນຢ່າງພາວະວິໄສ ຖືກກັບສະພາບເງື່ອນໄຂຕົວຈິງແຕ່ລະດ້ານ ຊອກໃຫ້ເຫັນບຸກຄົນ ກົມກອງ ການຈັດຕັ້ງພາກລັດ ແລະ ເອກະຊົນດີເດັ່ນ ເພື່ອຍ້ອງຍໍຜົນງານໃນຂະບວນການດັ່ງກ່າວ ແລະ ທັນກັບກຳນົດເວລາທີ່ຂັ້ນເທິງວາງອອກ.
ສຳລັບການປະເມີນສ້າງເປັນບ້ານຫົວໜ່ວຍພັດທະນາຕາມ 4 ດ້ານ ຈະໃຫ້ສຳເລັດໃນເດືອນພຶດສະ ພາ 2020 ການປະເມີນສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ ໃຫ້ສຳເລັດໃນເດືອນກໍລະກົດ 2020 ສ່ວນການປະເມີນສ້າງແຂວງເປັນຫົວໜ່ວຍຍຸດທະສາດ ຕາມ 7 ດ້ານ ໃຫ້ສຳເລັດໃນເດືອນສິງຫາ 2020 ພາຍຫຼັງສຳເລັດການປະເມີນ ຕ້ອງສະຫຼຸບຜົນການປະເມີນຜົນທັງໝົດ ແລະ ສົ່ງໃຫ້ກະຊວງພາຍໃນໃຫ້ສຳເລັດໃນເດືອນກັນຍາ 2020.