ຍົກສູງຄວາມຮັບຮູ້ ແລະ ຄວາມສາມາດຂອງສະຫະພັນແມ່ຍິງ

    ທະນາຄານພັດທະນາອາຊີ (ADB) ຮ່ວມກັບສະຫະພັນແມ່ຍິງລາວ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ) ຄົບຮອບ 111 ປີ ແລະ ກອງປະຊຸມເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມສາມາດຂອງສະຫະພັນແມ່ຍິງ ແລະ ບັນດາຜູ້ວາງນະໂຍບາຍໃນບັນດາຂະແໜງການທີ່ກ່ຽວຂ້ອງຕ່າງໆ ກ່ຽວກັບການນຳໃຊ້ກົດໝາຍ ນະໂຍບາຍ ແລະ ການບໍລິຫານປົກຄອງຂອງ ສປປ ລາວ ເພື່ອສະໜັບສະໜູນຄວາມພ້ອມຮັບການປ່ຽນແປງຂອງແມ່ຍິງຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ຄວາມສ່ຽງຈາກໄພພິບັດ ໃນວັນທີ 11-12 ມີນາ 2021 ທີ່ນະຄອນຫຼວງວຽງຈັນ ຮ່ວມເປັນປະທານ ມີທ່ານນາງ ບັນດິດ ປະທຸມວັນ ຮອງປະທານສະຫະພັນແມ່ຍິງລາວ ແລະ ທ່ານນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈຳ  ສປປ ລາວ  ມີຕາງໜ້າຈາກກະຊວງ ສະຫະພັນແມ່ຍິງລາວຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

    ກອງປະຊຸມດັ່ງກ່າວ ແມ່ນສ່ວນໜຶ່ງຂອງໂຄງການຊ່ວຍເຫຼືອທາງດ້ານວິຊາການ ທີ່ໄດ້ຮັບການສະໜັບສະໜູນຈາກ ADB ເຊິ່ງມີຈຸດປະສົງເພື່ອຍົກສູງຄວາມອາດສາມາດຂອງ 3 ປະເທດສະມາຊິກທີ່ກຳລັງພັດທະນາຂອງ ADB ເຊັ່ນ: ຟີຈີ ມົງໂກນ ແລະ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການກຽມຄວາມພ້ອມຮັບການປ່ຽນແປງຂອງແມ່ຍິງ ຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ຄວາມສ່ຽງຈາກໄພພິບັດຕໍ່ແມ່ຍິງ ໂຄງການດັ່ງກ່າວ ມີ 3 ອົງປະກອບຫຼັກຄື: ສະແດງໃຫ້ເຫັນທ່າແຮງສຳລັບການສ້າງວຽກເຮັດງານທຳຕາມທິດສີຂຽວສຳລັບແມ່ຍິງ ການພັດທະນາ ແລະ ຄວາມກ້າວໜ້າດ້ານນະໂຍບາຍ  ຂອງຂະແໜງການ ແລະ ແຫ່ງຊາດ ທີ່ຕອບສະໜອງຕໍ່ບົດບາດຍິງ-ຊາຍ ແລະ ການປະຕິບັດງານກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມເຂັ້ມແຂງໃນຂອບນິຕິກຳ ສຳລັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຄວາມສ່ຽງຈາກໄພພິບັດ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!